ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອິນໂດເນເຊຍ

(VOVWORLD) - ທີ່ລາຍການ, ຄະນະຈັດຕັ້ງໄດ້ນຳມາໃຫ້ຜູ້ຊົມບັນດາຮູບພາບທີ່ສວຍງາມ, ດຶງດູດໃຈຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຜ່ານບັນດາ ວີດີໂອ
ລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອິນໂດເນເຊຍ - ảnh 1ແຂກທ່ອງທ່ຽວສາກົນຢູ່ໂຫ້ຍອານ, ແຂວງ ກວາງນາມ

ວັນທີ 26 ກັນຍາ, ກົມໃຫຍ່ທ່ອງທ່ຽວ ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຈັດຕັ້ງລາຍການແນະນຳການທ່ອງທ່ຽວ ຫວຽດນາມ - Roadshow ຢູ່ Bandung, ປະເທດ ອິນໂດເນເຊຍ. ນີ້ແມ່ນການເຄື່ອນໄຫວນອນໃນບັນດາລາຍການທີ່ແກ່ຍາວແຕ່ວັນທີ 23 – 29 ກັນຍາ ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວ, ໂຄສະນາໃຫ້ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ສະໜິດສະໜົມ ແລະ ດູດດື່ມສູ່ຕະຫຼາດບັນດາປະເທດ ອາຊຽນ, ໃນນັ້ນ, ໄດ້ສຸມໃສ່ເຂົ້າໃນຕະຫຼາດ ຟີລິບປິນ, ອິນໂດເນເຊຍ ແລະ ມາເລເຊຍ.

        ທີ່ລາຍການ, ຄະນະຈັດຕັ້ງໄດ້ນຳມາໃຫ້ຜູ້ຊົມບັນດາຮູບພາບທີ່ສວຍງາມ, ດຶງດູດໃຈຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຜ່ານບັນດາ ວີດີໂອ ແລະ ບັນດາລາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງ ຫວຽດນາມ. ໃນຂອບເຂດລາຍການ, ບັນດາການເຄື່ອນໄຫວພົບປະ, ພົວພັນແລກປ່ຽນບົດຮຽນການເຄື່ອນໄຫວໃນຂົງເຂດທ່ອງທ່ຽວ ແລະ ການເຊື່ອມຕໍ່ມຸ່ງໄປເຖິງບັນດາການຮ່ວມມືໃນອະນາຄົດລະຫວ່າງບັນດາວິສາຫະກິດທ່ອງທ່ຽວຢູ່ສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ