ລາຍການໂທລະພາບຖ່າຍທອດສົດ ບຸນປີໃໝ່ ປີມະເສງ ຢູ່ໝູ່ເກາະ ເຈື່ອງຊາ

ລາຍການໂທລະພາບຖ່າຍທອດສົດ ບຸນປີໃໝ່ ປີມະເສງ ຢູ່ໝູ່ເກາະ ເຈື່ອງຊາ - ảnh 1
ຂອງຂວັນຈາກ ດິນຕໍ່ແຜ່ນຝາກໄປເກາະແຫ່ງຕ່າງໆ
(ພາບ: Trọng Đạt/ ສຳນັກຂ່າວສານ ຫວຽດນາມ)

(vovworld) – ຕອນ​ຄຳ່​ວັນ​ທີ 7/2, ຜ່ານ​ລາຍການ​ໂທລະພາບຖ່າຍ​ທອດ​ສົດ​ຂອງ​ວິທະຍຸກະຈາຍສຽງ - ​ໂທລະພາບ ​ແຂວງ​ແຄ໋ງຮ່ວາ ດ້ວຍ​ຫົວ​ຂໍ້ “ມຸ້ງ​ໄປ​ເຖິງ ​ເຈື່​ອງຊາ”, ​ແຂ​ວງ ​ແຄ໋ງຮ່ວາ ​ໄດ້​ຈັດ​ຕັ້ງ​ພິທີ​ອວຍພອນບຸນ​ປີ​ໃໝ່​​ໃຫ້​ແກ່ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ເມືອງ​ເກາະ ​ເຈື່ອງ​ຊາ. ຢູ່ເມືອງ​ເກາະ ​ເຈື່ອງ​ຊາ, ທ່ານ ຟ້າ​ມວັນ​ຮ໋ຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເທດສະບານ ​ເຈື່ອງ​ຊາ ​ແລະ ພັນ​ຕີ ​ເຈີ​ນມິນ​ທ່ວນ, ຫົວໜ້າ​ເກາະ ນາມ​ອຽດ ​ໃຫ້​ຮູ້​ວ່າ: ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ເຫຼົ່າ​ທັບ​ເຮືອ ຫວຽດນາມ, ​​ແຂວງ ​ແຄ໋ງຮ່ວາ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ກິດຈະກຳ​ພື້ນຖານ​ໂຄງ​ລ່າງຫຼາຍ​ແຫ່ງ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ກໍ່ສ້າງ, ສ້າງ​​ໂສມ​ໜ້າ​​ໃໝ່ທີ່ທັນ​ສະ​ໄໝ​ໃຫ້​ແກ່​ເມືອງ​ເກາະ ​ເຈື່ອງ​ຊາ ​​ແລະ ​ບັນດາ​ຕາ​ແສງ​ໃນ​ເກາະ, ຕອບ​ສະໜອງ​ຄວາມ​ຕ້ອງການ​ໂດຍ​ພື້ນຖານ​ກ່ຽວ​ກັບ​ຊີວິດ​ທາງດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ທະຫານ ​ແລະ ປະຊາຊົນ​ໃນ​​ເມືອງ​ເກາະ. ກ່ຽວ​ກັບ​ວຽກ​ງານ​ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ໃຫ້​ແກ່​ພະນັກງານ, ນັກຮົບ ​ແລະ​ ປະຊາຊົນ ​ເຈື່ອງ​ຊາ, ມາ​ຮອດ​ປະຈຸ​ບັນ ວຽກ​ງານ​ທຸກ​ຢ່າງ​ໄດ້​ສຳ​ເລັດ​ແລ້ວ ດ້ວຍ​ນ້ຳ​ໃຈ​ເບີກບານ​ມ່ວນ​ຊື່ນ, ປະຢັດ, ​ປອດ​ໄພ ​ແລະ ກຽມພ້ອມ​ສູ້​ຮົບ​ສູງ, ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ຮັບ​ປະກັນ​ມີ​ທັນ​ຍາ​ຫານ​, ອາຫານຢ່າງ​ພຽງພໍ, ​ແລະ ຈັດ​ລາຍການ​ສະ​ແດງ​ສິລະ​ປະ, ກິລາ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ