ລາຍພົບປະແລກປ່ຽນ ” ສະແດງຄວາມບຸນຄຸນຕໍ່ເພື່ອນຮ່ວມກົມກອງ ”

(VOVWORLD) -ຕອນຄ່ຳວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມນັກຮົບເກົ່າຫວຽດນາມສົມທົບກັບສະຫະສະມາຄົມນັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມ ຈັດຕັ້ງລາຍພົບປະແລກປ່ຽນ “ ສະແດງຄວາມບຸນຄຸນຕໍ່ເພື່ອນຮ່ວມກົມກອງ ” ເນື່ອງໃນໂອກາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2019)  ແລະ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ ສະມາຄົມນັກຮົບເກົ່າຫວຽດນາມ (1989-2019) . 
 ລາຍພົບປະແລກປ່ຽນ ” ສະແດງຄວາມບຸນຄຸນຕໍ່ເພື່ອນຮ່ວມກົມກອງ ”  - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ   ພົບປະກັບບັນດາຜູ້ແທນທີ່ເຂົ້າຮ່ວມລາຍການ 

ເຂົ້າຮ່ວມລາຍການ ມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທີ້ງ.  ກ່າວຄຳເຫັນໄຂ ລາຍພົບປະແລກປ່ຽນ “ ສະແດງຄວາມບຸນຄຸນຕໍ່ເພື່ອນຮ່ວມກົມກອງ ”, ທ່ານພົນໂທ ຫງວຽນວັນເດືອກ ປະທານ ສູນກາງສະມາຄົມນັກຮົບເກົ່າຫວຽດນາມ ເນັ້ນໜັກວ່າ :

    “ ໃນຫຼາຍປີທີ່ຜ່ານມາ, ສະຫະສະມາຄົມນັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ “ ສະແດງຄວາມບຸນຄຸນຕໍ່ເພື່ອນຮ່ວມກົມກອງ ” ຢ່າງຕໍ່ເນື່ອງ, ອັນໄດ້ສ້າງຂີດໝາຍຈະແຈ້ງ ແລະ ການແຜ່ກະຈ່າຍຢ່າງກ້ວາງຂວາງ ແລະ ເລິກເຊິ່ງໃນຊີວິດສົງຄົມ. ພ້ອມກັນນັ້ນ, ນີ້ກໍແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍ ແລະ ເຊີດຊູບັນດານັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມຊຶ່ງມີການເຄື່ອນໄຫວດີເດັ່ນ, ມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນວຽກງານຕອບບຸນແທນຄຸນຕໍ່ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຮູ້ບຸນຄຸນຕໍ່ເພື່ອນຮ່ວມກົມກອງ, ປະກອບສ່ວນເຮັດວຽກງານກຸສົນສັງຄົມເປັນຢ່າງດີ ”. 

ຕອບກັບ

ຂ່າວ/ບົດ​ອື່ນ