ລາວ ກະກຽມຈັດຕັ້ງບັນດາ ກອງປະຊຸມຂັ້ນສູງໃນພາກພື້ນ

ລາວ ກະກຽມຈັດຕັ້ງບັນດາ ກອງປະຊຸມຂັ້ນສູງໃນພາກພື້ນ - ảnh 1
ນະຄອນຫຼວງ ວຽງຈັນ, ປະເທດລາວ

(vovworld) - ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ CLMV (​ເຊິ່ງລມມີ: ກຳປູ​ເຈຍ, ລາວ, ມຽນ​ມາ, ຫວຽດນາມ) ​ແລະ ACMECS (ກອງ​ປະຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ຮ່ວມ​ມື​ເສດຖະກິດ Ayeyawady – Chao Phraya – Mekong ​ເຊິ່ງລວມມີ: ກຳປູ​ເຈຍ, ລາວ, ​ໄທ, ມຽນມາ, ຫວຽດນາມ) ຫາ​ກໍ່​ດຳ​ເນີນ​ກອງ​ປະຊຸມ​ກະກຽມ ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ ​ໃນ​ວັນ​ທີ 26/2, ກ່ອນ​ທີ່​ຈັດກອງ​ປະຊຸມ​ຂັ້ນ​ສູງ CLMV ​ແລະ ACMECS. ​ເພື່ອກະກຽມ​ໃຫ້ກອງ​ປະຊຸມ​ຂັ້ນ​ສູງ CLMV, ບັນດາ​ເຈົ້າ​ໜ້າ​ທີ ​ໄດ້​ປຶກສາ​ຫາລື ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ຕໍ​ລະຫວ່າງ 4 ປະ​ເທດ, ຖື​ວ່າ, ການ​ບໍລິການ​ປະຕູ​ດຽວ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ​ແລະ ຍົກອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເພື່ອ​ໃຫ້ການ​ບໍລິການ​ນີ້​ປະກອບສ່ວນ​ເຂົ້າ​ໃນ​ການ​ນຳ​ໃຊ້​ບັນດາ​ແລວ​ເສດຖະກິດ ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ​ແລ​ະ ​ເໜືອ - ​ໃຕ້ ກໍ​ຄື​ບັນດາ​ເສັ້ນທາງ​ເຊື່ອມ​ຕໍ​ສຳຄັນ​ອື່ນ ຢ່າງ​ມີ​ປະສິດທິ​ຜົນ. ບັນດາ​ຜູ້​ແທນ​ກໍ່​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານການທ່ອງທ່ຽວ ​ແລະ ຊີ້​ແຈ້ງ ​ເຖິງການທ່ອງທ່ຽວ ຢູ່ 4 ປະ​ເທດ ກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ, ພ້ອມ​ທັງ​ເຕື້ອງ​ເຖິງ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ບັນ​ດາ​ປະ​ເທດ CLMV. ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ​້​ແກ່​ກອງ​ປະຊຸມ​ຂັ້ນ​ສູງ ACMECS, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລືກ່ຽວ​ກັບ​ການ​ນຳ​ໃຊ້​ບັນດາ​ທ່າ​ແຮງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ສົ່ງ​ເສີມ​ກາ​ນພັດທະນາຢ່າງ​ສະໝຳ່ສະ​ເໝີ ​ໃນ​ພາກ​ພື້ນ. ຄະນະ​ຈັດ​ຕັ້ງ​ໃຫ​້ຮູ້​ວ່າ: ກອງ​ປະຊຸມ​ຂັ້ນ​ສູງ CLMV ຄັ້ງ​ທີ 6 ​ແລະ ກອງ​ປະຊຸມຂັ້ນ​ສູງ ACMECS ຄັ້ງ​ທີ 5 ຄາດ​ວ່າ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 11 – 13/3 ຢູ່ ລາວ.

​ແລະ​ກໍ​ໃນ​ໄລຍະ​ເວລາ​ນີ້, ລາວ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 7.

ຂ່າວ/ບົດ​ອື່ນ