ລາວ ຈັດຕັ້ງງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບ ຢ່າງສົມກຽດ
Quoc Khanh ນັກຂ່າວ VOV ປະຈຳລາວ -  
ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສະແດງສິລະປະ
(ພາບປະກອບ)
(vovworld) - ວັນທີ 27/6, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຈັດຕັ້ງງາມໂຮມຊຸນນຸມມິງຕິງສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີມິດຕະພາບ ລາວ - ຫວຽດນາມ 2012, 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຢ່າງຮອບດ້ານລະຫວ່າງ 2 ປະເທດຢ່າງສົມກຽດ. ກ່າວຄຳເຫັນໄຂງານໂຮມຊຸມນຸມມິດຕິງ, ທ່ານ ທອງບັນ ແສງອາພອນ, ເລຂາສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ເນັ້ນໜັກວ່າ: ໃນການຕໍ່ຕ້ານເພື່ອຍາດເອົາເອກະລາດແຫ່ງຊາດ, ຄວາມສາມັກຄີຂອງປະຊາຊົນ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງກະຊວງປ້ອງກັນຄວາມສະຫງົບຂອງ 2 ປະເທດ ເວົ້າສະເພາະ ໄດ້ນຳມາເຊິ່ງໄຊຊະນະທີ່ສະຫງ່າລາສີ, ນຳມາເຊິ່ງເອກະລາດເອກະພາບໃຫ້ແກ່ປະຊາຊົນ 2 ປະເທດ. ໃນສະພາບການໃໝ່ຄືປະຈຸບັນ, ໄດ້ຮຽກຮ້ອງໃຫ້ປະຊາຊົນ 2 ປະເທດ ເວົ້າລວມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ເວົ້າສະເພາະຄວນສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີຍິ່ງກ່ວາອີກ, ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນເປັນປະຈຳ ປະກອບສ່ວນເຂົ້າໃນການເຮັດໃຫ້ທຸກໆວຽກງານຂອງປະເທດຊາດພິເສດແມ່ນຂົງເຂດເສດຖະກິດ - ສັງຄົມໃຫ້້ເປັນປົກກະຕິ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພຢູ່ແຕ່ລະປະເທດ ກໍຄືຢູ່ພາກພື້ນ.
ແລະກໍເນື່ອງໃນໂອກາດນີ້, ຕາງໜ້າໃຫ້ແກ່ການນຳກະຊວງຕຳຫຼວດຫວຽດນາມ, ທ່ານ ພົນໂທ Dang Van Hieu, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີຜູ້ປະຈຳການກະຊວງຕຳຫຼວດຫວຽດນາມ ໄດ້ມອບຫຼຽນໄຊ, ຫຼຽນກາ ໃຫ້ແກ່ບາງກົມກອງ ແລະ ສ່ວນບຸກຄົນຈຳນວນໜຶ່ງຂອງລາວ ທີ່ມີຜົນງານໃນການສົມທົບ ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ 2 ປະເທດໃນໄລຍະຜ່ານມາ. ພາຍຫຼັງງານໂຮມຊຸມນຸມມິງຕິງ ໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສະແດງສິລະປະຂອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງຕຳຫຼວດຫວຽດນາມ ດ້ວຍຫົວເລື່ອງຍ້ອງຍໍສັນລະເສີນ 2 ພັກ, ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ຄວາມສາມັກຄີຂອງ 2 ປະເທດຫວຽດນາມ - ລາວ.
Quoc Khanh ນັກຂ່າວ VOV ປະຈຳລາວ