ລາວ ມອບຫຼຽນໄຊໃຫ້ການນຳ ເຂດເສດຖະກິດພິເສດ ລອງແທງ

ລາວ ມອບຫຼຽນໄຊໃຫ້ການນຳ ເຂດເສດຖະກິດພິເສດ ລອງແທງ - ảnh 1

ການ​ນຳເຂດ​ເສດຖະກິດ​ພິ​ເສດ ລອງ​ແທງຮັບ​ຫຼຽນ​ໄຊ

ພາບ:tintuc.vnn.vn

( vovworld ) – ​ວັນ​ທີ 27/2, ຢູ່ ວຽງ​ຈັນ, ປະທານ​ສະມາຄົມ​ນັກຮົບ​ເກົ່າ​ລາວ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ໃຫ້​ແກ່​ທ່ານ ​ເລ​ວັນ​ກຽມ, ປະທານ​ສະພາ​ບໍລິຫານເຂດ​ເສດຖະກິດ​ພິ​ເສດ ລອງ​ແທງ-ວຽງຈັນ; ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ໃຫ້​ແກ່​ທ່ານ​ນາງ ​ເຈີ່ນ​ເກີ​ມຍູງ, ຜູ້ອຳນວຍການ ​ແລະ​ ທ່ານ ​ເລ​ຮູ​ຍຮ່ວາງ, ຮອງ​ຜູ້ອຳນວຍການ​ເຂດເສດຖະກິດ​ພິ​ເສດ ລອງ​ແທງ-ວຽງຈັນ ຍ້ອນ​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຊ່ວຍສະມາຄົມ​ນັກຮົບ​ເກົ່າ​ລາວ , ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ​ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ພົນ​ຈັດ​ຕາ​ວາ ສົມ​ພອນ ​ແກ້ວ​ມີ​ໄຊ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຂອງ​ຄອບຄົວ​ທ່ານ ​ເລ​ວັນ​ກຽມ ​ໃນ​ຫຼາຍ​ປີຜ່ານມາ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂະ​ບວນການ​ກຸສົນ​ຄື: ຕອບ​ບູນ​ແທນ​ຄູນ; ກູ້​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ-​ໂລກລະບາດ, ກໍ່ສ້າງ​ໂຮງຮຽນ​ໃຫ້​ເດັກນ້ອຍ​ຢູ່​ເຂດ​ທຸກ​ຍາກ, ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ສາຍ​ໃຈ, ​ເຮືອນສາມັກຄີ​ໃຫ້​ຄອບຄົວນະ​ໂຍບາຍ, ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ເຂດ​ຖານ​ທີ່ໝັ້ນປະຕິວັດ….



ຂ່າວ/ບົດ​ອື່ນ