ລາວມອບຫຼຽນໄຊໃຫ້ການນຳສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ
ທ່ານ ກິແກ້ວ ໄຂຄຳພິທູນ ມອບຫຼຽນໄຊອິດສະຫຼະຊັ້ນ 2
ໃຫ້ທ່ານສາດສະດາຈານ ປະລິນຍາເອກ ຕະງ້ອກເຕີ໋ນ
(ພາບ: hcma.vn)
(vovworld) – ຕອນເຊົ້າວັນທີ 11/04 ຢູ່ຮ່າໂນ້ຍ, ສະຖາບັນດານເມືອງແຫ່ງຊາດໂຮ່ຈີມິນ ໄດ້ຈັດຕັ້ງພິທີຕ້ອນຮັບຫຼຽນໄຊ ຂອງພັກ ແລະ ລັດ ສປປ ລາວ ມອບໃຫ້ບັນດາການນຳສະຖາບັນ. ຕາງໜ້າພັກ ແລະ ລັດ ສປປ ລາວ, ທ່ານ ກິແກ້ວ ໄຂຄຳພິທູນ ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ມອບ: ຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ທ່ານສາດສະດາຈານ ປະລິນຍາເອກ ຕະງ້ອກເຕີ໋ນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ຫຼຽນໄຊແຮງງານຊັ້ນ 1 ມອບໃຫ້ທ່ານຮອງສາດສະດາຈານ ປະລິນຍາເອກ ຫງວຽນເຕີ໋ດຢາບ, ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ. ນີ້ແມ່ນຂອງຂວັນອັນສູງສົ່ງ ເຊິ່ງພັກ ລັດ ລາວ ມອບໃຫ້ ແລະ ຈົດຈຳບັນດາການປະກອບສ່ວນຂອງບັນດາການນຳສະຖາບັນການເມືອງແຫ່ງຊາດໂຮ່ຈີມິນໃນວຽກງານກໍ່ສ້າງ, ຝຶກອົບຮົມໃຫ້ພະນັກງານຂອງ ລາວ.