ລາວວາງຄາດໝາຍສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ໃຫ້ບັນລຸໄດ້ 1,2 ຕື້ USD

(VOVWORLD) -ລັດຖະບານລາວ ພວມສົ່ງເສີມບັນດາວິສາຫະກິດ ແລະ ຊາວກະສິກອນຜະລິດໝາກໄມ້, ສາລີ, ມັນຝລັ່ງ, ກາເຟ ແລະ ນ້ຳຕານ.
ລາວວາງຄາດໝາຍສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ໃຫ້ບັນລຸໄດ້ 1,2 ຕື້ USD - ảnh 1 (ລັດຖະບານລາວ ພວມສົ່ງເສີມບັນດາວິສາຫະກິດ ແລະ ຊາວກະສິກອນຜະລິດໝາກໄມ້)

ລາວ ໄດ້ວາງຄາດໝາຍສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ໃຫ້ບັນລຸໄດ້ 1,2 ຕື້ USD ໃນປີ 2020. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ລາວ ໃຫ້ຮູ້ວ່າ, ລັດຖະບານລາວ ພວມສົ່ງເສີມບັນດາວິສາຫະກິດ ແລະ ຊາວກະສິກອນຜະລິດໝາກໄມ້, ສາລີ, ມັນຝລັ່ງ, ກາເຟ ແລະ ນ້ຳຕານ.

        ປີ 2019, ວົງເງິນສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້ຂອງລາວ ບັນລຸ 560 ລ້ານ USD, ດ້ວຍບັນດາຜະລິດຕະພັນຕົ້ນຕໍຄື: ຢາງພາລາ, ໝາກກ້ວຍ, ກາເຟ, ໝາກມັງກອນ, ໝາກມີ້, ເຄື່ອງສິລະປະຫັດຖະກຳ... ໃນນັ້ນ, 80% ຜະລິດຕະພັນກະສິກຳໄດ້ສົ່ງອອກໄປຍັງຕະຫຼາດຈີນ, ສ່ວນຍັງເຫຼືອແມ່ນສົ່ງອອກໄປຍັງຫວຽດນາມ, ໄທ, ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ