ລາວ:ໄຂກອງປະຊຸມໂຕະມົນຂັ້ນສູງຄັ້ງທີ11

ລາວ:ໄຂກອງປະຊຸມໂຕະມົນຂັ້ນສູງຄັ້ງທີ11 - ảnh 1
ທ່ານນາຍົກລັດຖະມົນຕີ ລາວ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Hoàng Chương/Vietnam+)

(vovworld) – ວັນ​ທີ 19/11, ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ​ທີ່​ນະຄອນຫຼວງ ວຽງ​ຈັນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ລາວ​ໄດ້​ສົມທົບ​ກັບ​​ໂຄງການ​ພັດທະນາ ສປຊ (UNDP) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂຕະມົນ​ຂັ້ນ​ສູງ​ຄັ້ງ​ທີ 11. ​ໂດຍ​ມີຜູ້​ແທນ​ກ່ວາ 400 ທ່ານ​ຕາງໜ້າ​ໃຫ້​ລັດຖະບານ ລາວ, ບັນດາ​ຄູ່​ຮ່ວມ​ມື​ພັດທະນາ ​ແລະ ອົງການຈັດ​ຕັ້ງສັງຄົມ​ພົນລະ​ເຮືອນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ດ້ວຍ​ຫົວ​ຂໍ້ “ຍູ້​ໄວ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ ​ແລະ ພັດທະນາ​ຮອບດ້ານ”, ກອງ​ປະຊຸມ​ນີ້​ຈະ​ສຸ​ມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ບຸລິມະສິດ​ພັດທະນາ​ຂອງ​ລາວ​ ​ໃນ​ປີ 2015, ກຳນົດ​ທິດ​ທາງ​ພື້ນຖານ​ເພື່ອ​ສ້າງ​ສຳ​ເລັດ​ບັນດາ​ຈຸດໝາຍ​ໃນ​ໄລຍະ​ຍາວ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຊີ້​ແຈ້ງ​ບັນດາ​ໝາ​ກຜົນ​ທີ່​ບັນລຸ​ໄດ້​ໃນປະຕິບັດ​ແຜນການພັ​ດທະນາ​ເສດຖະກິດ - ສັງຄົມ​ໄລ​ຍະ 5 ປີ​ຄັ້ງ​ທີ 7 (2011 – 2015) ຂອງ​ລາວ, ສະ​ແດງ​​ໃຫ້​ເຫັນການ​ເຕີບ​ໂຕ​ເສດຖະກິດ​ແຮງ, ​ເປັນ​ປົກກະຕິ ​ແລະ ຢ່າງ​ຕໍ່​ເນື່ອງ, ກໍ່ຄື​ບັນດາ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັ​ດບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ ​ເຊິ່ງພົ້ນ​ເດັ່ນ​ແມ່ນ​ໝາກຜົນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຈາກ​ລະດັບ 27,6% ລົງ​ເຫຼືອ​ພຽງ 20,5%. ທ່ານ​ນາຍົກລັດຖະມົນຕີ ລາວ ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຫຍຸງ​ຍາກ ​ແລະ ການ​ທ້າ​ທາຍຈຳນວນ​ໜຶ່ງ​ໃນ​ປະຈຸ​ບັນ ກ່ຽວ​ກັບ​ດ້ານ​ການ​ເງິນ, ​ແກ້​ໄຂ​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ.​.​. ​ແລະ ສະ​ແດງ​ຄວາມ​ຫວັງວ່າ ລາວ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ