ລີເບເຣັຍ: ແຂວງທີ 3 ຖືກແຍກອອກຍ້ອນ ເຊື້ອພະຍາດ Ebola

ລີເບເຣັຍ: ແຂວງທີ 3 ຖືກແຍກອອກຍ້ອນ ເຊື້ອພະຍາດ Ebola - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 11/08, ທ່ານ​ປະທານາທິບໍດີ​ລີ​​ເບ​ເຣັຍ Johnson Sirleaf ​ໄດ້​ແຈ້ງ​ຂ່າວ​ວ່າ ກອງທັບ​ປະ​ເທດ​ນີ້​ໄດ້​ຮັບ​ຄຳ​ສັ່ງ​ຕັ້ງ​ແຂວງ Lofa ​ຢູ່ໃນ​ສະພາບ “ບໍ່​ເຂົ້າ​ອອກ” ​​ເພື່ອ​ແນ​ໃສ່​ຕິດຕາມ​ກວ​ດກາ, ຄຸ້ມ​ຄອງ ​ແລະ ສະກັດ​ກັ້ນພະຍາດ Ebola. ນີ​ແມ່ນ​ແຂວງ​ແຫ່ງ​ທີ 3 ຢູ່​ລີ​​ເບ​ເຣັຍ ຖືກ​ແຍກ​ອອກຕ່າງຫາກ ​ເພື່ອ​ສະກັດ​ກັ້ນ​ໄວ​ລັດ​ອັນຕະລາຍ​ຕໍ່ຊີວິດຂອງ​ປະຊາຊົນແຜ່​ລາມ​ອອກ​ສູ່​ວົງ​ກວ້າງ. ​ໃນ​ແຈ້ງ​ການ​ທາງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ, ທ່ານ​ປະທານາທິບໍດີ Sirleaf ​​ໃຫ້​ຮູ້​ວ່າ ນັບ​ແຕ່​ຈຸດ​ເວລາ​ນີ້ ຈະ​ບໍ່​ອະນຸຍາດ​ໃຫ້​ຜູ້​​ໃດ​ເຂົ້າ​ອອກ​ແຂວງ Lofa. ທ່ານ​ປະທານາທິບໍດີ Sirleaf ​​ໄດ້​ມີ​ຄຳ​ສັ່ງ​ໃຫ້​ກອງທັບ​ຕິດຕາມ​ກວດກາ​ວຽກ​ງານ​ແຍກ​ອອກຕ່າງຫາກ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພື່ອ​ຮັບປະກັນການ​ສະໜອງ​ສະບຽງ​ອາຫານຢ່າງ​ພຽງພໍ ​ແລະ ຕໍ່​ເນື່ອງ​ໃຫ້ ​Lofa ​ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນດາແຂວງ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ນີ້. ກ່​ອນໜ້າ​ນັ້ນ, 2 ​ແຂວງ​ທາງ​ພາກ​ເໜືອ​ລີ​​ເບ​ເຣັຍ​ແມ່ນ Bomme ​ແລະ Grand Cape Mount ກໍ່​ຖືກ​ແຍກ​ອອກຕ່າງຫາກ​ເຊັ່ນ​ດ່ຽວ​ກັນ.

ຂ່າວ/ບົດ​ອື່ນ