(vovworld) – ຕອນບ່າຍວັນທີ 6/10, ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Alderman Fiona Woolf, ເຈົ້າຄອງເຂດການເງິນລອນດອນ (ປະເທດອັງກິດ) ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ ເລຮ່ວາງກວນ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາງ Woolf ພ້ອມກັບຄະນະຜູ້ແທນວິສາຫະກິດ ອັນດັບໜຶ່ງຂອງເຂດການເງິນ ລອນດອນ ຈະປະກອບສ່ວນຍົກການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ແລະ ເຂດການເງິນ ລອນດອນ ຂຶ້ນສູ່ລະດັບສູງໃໝ່, ການຮ່ວມມືລະຫວ່າງ 2 ຝ່າຍຈະນັບມື້ນັບເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນກ່ວາອີກ, ພິເສດແມ່ນການໜູນຊ່ວຍ, ໃຫ້ຄຳປຶກສາໃຫ້ນະຄອນກໍ່ສ້າງເຂດຕົວເມືອງໃໝ່ ຖູທຽມ ກໍ່ຄືບັນດາສາຍທາງລົດໄຟເຂດຕົວເມືອງພວມໄດ້ຮັບການຜັນຂະຫຍາຍ. ທ່ານນາງ Woolf ສະແດງ ຄວາມປະທັບໃຈຕໍ່ໜ້າການພັດທະນາທີ່ຂະຫຍັນຂັນເຂື່ອນຂອງນະຄອນ ໂຮ່ຈີມິນ, ທ່ານນາງ Woolf ກໍ່ແໜ້ນໜັກສາຍພົວພັນລະຫວ່າງ ລອນດອນ ແລະ ນະຄອນ ໂຮ່ຈີມິນ ໃຫ້ນັບມື້ນັບພັດທະນາອັນດີງາມ. ທ່ານນາງ Woolf ໃຫ້ຮູ້ວ່າ: ທ່ານນາງ ພ້ອມກັບຄະນະຜູ້ແທນວິສາຫະກິດຂອງເຂດການເງິນ ລອນດອນ ເອົາໃຈໃສ່ເຖິງບັນດາຂົງເຂດພື້ນຖານໂຄງລ່າງ, ສາທາລະນະສຸກ, ພິເສດແມ່ນເຂດຕົວເມືອງໃໝ່ ຖູທຽມ ແລະ ລະບົບເສັ້ນທາງລົດໄຟສາທາລະນະຂອງນະຄອນ ໂຮ່ຈີມິນ.