ວົງ​ການ​ນັກ​ຊ່ຽວ​ຊານ ຕີ​ລາ​ຄາ​ການ​ລົງ​ທຶນ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ ສືບ​ຕໍ່​ສົ່ງ​ສັນ​ຍານ​ຢ່າງ​ຕັ້ງ​ໜ້າ

(VOVWORLD) -ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍຈຳນວນໜຶ່ງຍ້ອນໂລກລະບາດໂຄວິດ - 19 ກໍຕາມ, ແຕ່ ຫວຽດນາມ ຍັງສືບຕໍ່ຮັບຮູ້ສັນຍານທີ່ເປັນໜ້າຊື່ນຊົມໃນການລົງທຶນຕ່າງປະເທດໃນປີ 2021. ນີ້ແມ່ນຂໍ້ສັງເກດລະບຸໃນບົດຂຽນ ທີ່ໄດ້ເອົາລົງໃນເວັບໄຊ Vietnam Briefing ຂອງ ບໍລິສັດ Dezan Shira & Associates - ບໍລິສັດໃຫ້ຄຳປຶກສາໂດຍສະເພາະກ່ຽວກັບການລົງທຶນຢູ່ ອາຊີ.



ວົງ​ການ​ນັກ​ຊ່ຽວ​ຊານ ຕີ​ລາ​ຄາ​ການ​ລົງ​ທຶນ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ ສືບ​ຕໍ່​ສົ່ງ​ສັນ​ຍານ​ຢ່າງ​ຕັ້ງ​ໜ້າ - ảnh 1ບໍລິສັດຜະລິດເຈ້ຍ SCG ຂອງ ໄທ ຢູ່ ຫວຽດນາມ (ພາບ: TTXVN)

ບົດຂຽນໄດ້ຄັດສະເໜີຕົວເລກສະຖິຕິຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດຍໃຫ້ຮູ້ວ່າ ປີ 2021, ຫວຽດນາມໄດ້ອອກໃບອະນຸຍາດໃຫ້ 1.738 ໂຄງການໃໝ່, ຫຼຸດລົງ 31,1% ເມື່ອທຽບໃສ່ປີ 2020, ແຕ່ຈຳນວນທຶນຈົດທະບຽນຂອງບັນດາໂຄງການໃໝ່ນີ້ ບັນລຸ 15,2 ຕື້ USD, ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ປີ 2020.

     ເມື່ອເຕື້ອງເຖິງແງ່ຫວັງຂອງ ຫວຽດນາມ ໃນປີ 2022, ຜູ້ຂຽນໄດ້ໃຫ້ຂໍ້ສັງເກດວ່າ ຍ້ອນມີຄ່າແຮງງານທີ່ແກ້ງແຍ້ງ, ມີນະໂຍບາຍບຸລິມະສິດກ່ຽວກັບພາສີ, ອາກອນ ແລະ ການລົງທຶນ, ພ້ອມດ້ວຍທີ່ຕັ້ງພູມີຍຸດທະສາດ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາຈຸດນັດພົບກ່ຽວກັບຄວາມຕ້ອງການຜະລິດ ແລະ ການຕິດຕັ້ງປະກອບຂອງບັນດາບໍລິສັດນາໆຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ