ວົງດົນຕີລອນດອນ Symphony Orchestra ສະແດງຢູ່ຮ່າໂນ້ຍ

ວົງດົນຕີລອນດອນ Symphony Orchestra ສະແດງຢູ່ຮ່າໂນ້ຍ - ảnh 1
ວົງດົນຕີລອນດອນ Symphony Orchestra ຸ​ຖ່າຍ​ຮູບ​ກັບ​ຄະ​ນະ​ຈັດ​ຕັ້ງ
ພາບ:baonguoilaodong

(vovworld)- ວົງ​ດົນ​ຕີ​ປະ​ສານ​ສຽງ​ຂອງ​ລອນດອນ​ປະ​ເທດ ອັງ​ກິດ Symphony Orchestra (LSO) ໄດ້​ມາ​ສະ​ແດງ​ໃນ​ຕອນ​ຄ່ຳ​ວັນ​ທີ 4/3 ຢູ່ ອະ​ນຸ​ສາ​ວະ​ລີ ຫລີ​ທາຍ​ໂຕ໋ ທີ່​ຮ່າ​ໂນ້ຍ. ລາຍ​ການ​ສິ​ລະ​ປະ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ໃນ​ເວ​ລາ 105 ນາ​ທີ ເລີ່ມ​ຕົ້ນ​ດ້ວຍ​ບົດ​ເພງ “ຕຽນ​ກວນ​ກາ - ເພງ​ເຄື່ອນ​ທັບແລະ ເພງ​ຊາດ​ຫວຽດ​ນາມ”ຂອງ​ນັກ​ດົນ​ຕີ ວັນ​ກາວ. ລາຍ​ການນີ້​ແມ່ນນອນ​ໃນ​ລາຍ​ການ Vietnam Airlines Classic – Hanoi Concert 2017 ໂດຍ​ບໍ​ລິ​ສັດ​ໃຫຍ່ການ​ບິນຫວຽດ​ນາມ ສົມ​ທົບ​ກັບນະ​ຄອນຫລວງ​ຮ່າ​ໂນ້ຍ ຈັດ​ຕັ້ງ. ເຂົ້າ​ຮ່ວມລາຍ​ການນີ້ ຜູ້​ຊົມຈະ​ໄດ້​ສຳ​ຜັດ​ກັບ​ສິ່ງຍອດ​ຢ້ຽມ​ແຫ່ງ​ການ​ສະ​ແດງ​ສິ​ລະ​ປະ​ຂອງ​ຫນຶ່ງ​ໃນ​ຈຳ​ນວນ 5 ວົງ​ດົນ​ຕີ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 3/3, ທ່ານ​ນາງ Kathryn Mcdowell, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ວົງ​ດົນ​ຕີ​ປະ​ສານ​ສຽງ LSO ໃຫ້​ຮູ້​ວ່າ:

“ວົງ​ດົນ​ຕີ LSO ຍາມ​ໃດ​ກໍ​ມູ່ງ​ໄປ​ເຖິງ​ຈຸດ​ໝາຍ​ນຳ​ດົນ​ຕີ​ເຖິງ​ຜູ້​ຊົມ​ໃນ​ທົ່ວ​ໂລກ ແລະ ພວກ​ຂ້າ​ພະ​ເຈົ້າ​ກໍ​ຢາກ​ນຳ​ສິ່ງນີ້​ມາ​ສູ່​ຜູ້​ຊົມ​ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ຫາກໍ່​ສະ​ແດງ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ຢູ່​ກ່າງ​ແຈ້ງ​ທີ່ ລອນດອນ ແລະ ຢາກ​ນຳ​ບັນ​ຍາ​ກາດນັ້ນ​ມາ​ສະ​ແດງ​ຢູ່​ຮ່າ​ໂນ້ຍ.” ວົງ​ດົນ​ຕີ​ປະ​ສານ​ສຽງ ລອນດອນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1904 ແລະ ແມ່ນ​ວົງ​ດົນ​ຕີ​ມີ​ອາ​ຍຸ​ເກົ່າ​ແກ່​ກວ່າ​ໝູ່​ຢູ່ ລອນດອນ. 


ຕອບກັບ

ຂ່າວ/ບົດ​ອື່ນ