(vovworld) - ໃນ 8 ເດືອນຕົ້ນປີ 2013, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ ບັນລຸລະດັບ 3,4 ຕື້ USD ແລະ ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອັງກິດບັນລຸລະດັບ 3,12 ຕື້ USD. ຕາມຕົວເລກສະຖິຕິຂອງທູດການຄ້າ - ສະຖານທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ແລະ ອາຍແລນເໜືອແລ້ວ, ບັນດາຕົວເລກດັ່ງກ່າວລ້ວນແຕ່ເພີ່ມຂຶ້ນກວ່າ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ບັນດາສິນຄ້າສົ່ງອອກຕົ້ນຕໍ່ຂອງຫວຽດນາມ ໃນໄລຍະນີ້ລວມມີ: ເຄື່ອງບັນທຶກສຽງ, ກະຈາຍສຽງ, ຮູບພາບ ແລະ ຖານຂໍ້ມູນໃຊ້ໃນວິທະຍຸກະຈາຍສຽງ, ໂທລະພາບ, ໂທລະສັບມືຖື... ຄິດລະເລ່ຍໃນປີ 2013, ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ອັງກິດ ສາມາດບັນລຸກວ່າ 5,12 ຕື້ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັບຂອງປີ 2012.
ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 43 ຂອງອັງກິດ ດ້ວຍການແລກປ່ຽນດ້ານການຄ້າ 2 ສົ້ນກວມເອົາ 0,34% ຍອດວົງເງິນການຄ້າລະຫວ່າງອັງກິດ ແລະ ໂລກ.