ວົງ​ເງິນ​ການ​ຄ້າ​ອາ​ຊຽນ ແລະ ຈີນ ເຕີບ​ໂຕ​ຢ່າງ​ແຮງ

(VOVWORLD) -ເວທີປາໄສ ດ້ວຍຫົວຂໍ້: ສະເຫຼີມສະຫຼອງ 10 ປີແຫ່ງການປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ (ACFTA) ໄດ້ຈັດຂຶ້ນທາງອອນລາຍໃນ ຕອນເຊົ້າວັນທີ 28 ພະຈິກ.

    ກ່າວຄຳເຫັນທີ່ເວທີປາໄສ ດ້ວຍຫົວຂໍ້: ສະເຫຼີມສະຫຼອງ 10 ປີແຫ່ງການປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ (ACFTA) ທີ່ຈັດຂຶ້ນທາງອອນລາຍໃນ ຕອນເຊົ້າວັນທີ 28 ພະຈິກ, ດ້ວຍຖານະເປັນປະທານບັນດາກອງປະຊຸມລັດຖະມົນຕີເສດຖະກິດອາຊຽນປີ 2020, ທ່ານເຈິ່ນຕັວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ເນັ້ນໜັກວ່າ: ພາຍຫຼັງປະຕິບັດສັນຍາ ACFTA ມາໄດ້ 10 ປີ, ວົງເງິນການຄ້າລະຫວ່າງອາຊຽນ-ຈີນ ໄດ້ເພີ່ມຂຶ້ນທົບ 2 ເທົ່າ, ເຮັດໃຫ້ຈີນ ກາຍເປັນຄູ່ຮ່ວມມືການຄ້າແຖວໜ້າຂອງອາຊຽນ. ສະເພາະຫວຽດນາມ, ຍາມໃດຈີນ ກໍ່ແມ່ນຄູ່ຮ່ວມມືການຄ້າແຖວໜ້າສຳຄັນ, ວົງເງິນສົ່ງອອກ ນຳເຂົ້າລະຫວ່າງຫວຽດນາມ ແລະ ຈີນ ກໍ່ເພີ່ມຂຶ້ນທົບ 4 ເທົ່າ ພາຍຫຼັງ 10 ປີທີ່ປະຕິບັດ ສັນຍາການຄ້າເສລີອາຊຽນ-ຈີນ (ACFTA),  ທ່ານເຈິ່ນຕັວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ກ່າວວ່າ:

  ພື້ນຖານເສດຖະກິດພາກພື້ນ ແລະ ໃນໂລກພວມກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ສະນັ້ນ, ຂ້າພະເຈົ້າຫວັງວ່າ, ອາຊຽນ ແລະ ຈີນ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນ ແລະ ສາມັກຄີກັນໃຫ້ຫຼາຍກ່ວານີ້ອີກ ເພື່ອຮັກສາເສດຖະກິດພາກພື້ນ ແລະ ທົ່ວໂລກ ໃຫ້ມີສະຖຽນລະພາບ, ນຳມາເຊິ່ງປະສິດທິຜົນແທ້ຈິງ ແລະ ມີຄວາມໝາຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ