ວັດຖຸບູຮານທີ່ລ້ຳຄ່າຂອງ ຫວຽດນາມ ສືບຕໍ່ດຶງດູດຄວາມສົນໃຈຂອງມະຫາຊົນ ເຢຍລະມັນ

(VOVWORLD) - ຫວ່າງແລ້ວນີ້, ຢູ່ຫໍພິພິຕະພັນ Reiss – Engelhorn ທີ່ນະຄອນ Mannheim ຂຶ້ນກັບລັດ Baden – Wuerttemberg, ສະຫະພັນ ເຢຍລະມັນ ໄດ້ໄຂງານວາງສະແດງວັດຖຸບູຮານທີ່ລ້ຳຄ່າຂອງ ຫວຽດນາມ. 
ວັດຖຸບູຮານທີ່ລ້ຳຄ່າຂອງ ຫວຽດນາມ ສືບຕໍ່ດຶງດູດຄວາມສົນໃຈຂອງມະຫາຊົນ ເຢຍລະມັນ - ảnh 1 ວັດຖູພັນທີ່ງານວາງສະແດງ

ນີ້ແມ່ນສະຖານທີ່ທີ 3 ແລະ ກໍ່ແມ່ນສະຖານທີ່ສຸດທ້າຍທີ່ຈັດງານວາງສະແດງໂດຍນອນໃນບັນດາເຫດການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ເຢຍລະມັນ. ງານວາງສະແດງວັດຖຸບູຮານທີ່ລ້ຳຄ່າຂອງ ຫວຽດນາມ ຢູ່ຫໍພິພິຕະພັນ Reiss – Engelhorn ເປີດປະຕູຮັບແຂກແຕ່ວັນທີ 16 ກັນຍາ 2017 ຮອດວັນທີ 7 ມັງກອນປີ 2018. ທີ່ບ່ອນວາງສະແດງໃນຫໍພິພິຕະພັນ Reiss – Engelhorn, ວັດຖຸບູຮານທີ່ລ້ຳຄ່າຂອງ ຫວຽດນາມ ເກືອບ 400 ຢ່າງໄດ້ວາງສະແດງຕາມ 3 ຫົວຂໍ້ແມ່ນ: ສະໄໝດຶກດຳບັນ, ເຂດດິນແດນສັກສິດ ໝີເຊີນ ແລະ ພະລາດຊະວັງ ທັງລອງ.

        ກ່ອນໜ້ານັ້ນ, ວັດຖຸບູຮານທີ່ລ້ຳຄ່າຂອງ ຫວຽດນາມ ໄດ້ນຳມາວາງສະແດງຢູ່ ຫໍພິພິຕະພັນ LWL ຢູ່ນະຄອນ Herne, ລັດ Nordrhein – Westfalen ແຕ່ວັນທີ 7 ຕຸລາ 2016 ຮອດວັນທີ 26 ກຸມພາ 2017 ແລະ ຫໍພິພິຕະພັນນະຄອນ Chemnizt ລັດ Sachsen, ແຕ່ວັນທີ 30 ມີນາ 2017 ຮອດວັນທີ 20 ສິງຫາ 2017, ອັນໄດ້ດຶງດູດແຂກມາຊົມນັບໝື່ນໆເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ