ວັດທະນະທຳ ກິລາແລະການທ່ອງທ່ຽວ ປະກອບສ່ວນຍົກສູງພາບພົດ,ທີ່ຕັ້ງບົດບາດຂອງຫວຽດນາມ.

(VOVWORLD) -ປີ 2018, ຂະແຫນງທ່ອງທ່ຽວ ຫວຽດນາມ ວາງຄາດໝາຍຕ້ອນຮັບນັກທ່ອງທ່ຽວ ເກືອບ 94 ລ້ານເທື່ອຄົນ, ໃນນັ້ນ ນັກທ່ອງທ່ຽວສາກົນປະມານ 16-17 ລ້ານເທື່ອຄົນ, ລາຍຮັບຈາກນັກທ່ອງທ່ຽວບັນລຸ 620.000 ຕື້ດົງ, 
ວັດທະນະທຳ ກິລາແລະການທ່ອງທ່ຽວ ປະກອບສ່ວນຍົກສູງພາບພົດ,ທີ່ຕັ້ງບົດບາດຂອງຫວຽດນາມ. - ảnh 1 ທ່ານ ຫງວຽນງອກທ້ຽນລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ 

ສືບຕໍ່ຮັດແຄບຊ່ອງຫວ່າງກັບບັນດາປະເທດໃນ top ນຳນຫ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຄື: ໄທ, ມາເລເຊຍ, ສິງກະໂປ, ອິນໂດເນເຊຍ.. ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນງອກທ້ຽນ ໃນການຕອບສຳພາດຕໍ່ນັກຂ່າວໄລຍະຕົ້ນປີໃຫມ່. ຕາມນັ້ນແລ້ວ ຂະແຫນງສຸມໃສ່ປະຕິບັດບັນດາມາດຕະການຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາສົ່ງເສີມການທ່ອງທ່ຽວຢູ່ບັນດາຕະຫລາດຈຸດສຸມ, ປ່ຽນໃຫມ່ການເຄື່ອນໄຫວໂຄສະນາເພື່ອຍົກສູງປະສິດທິຜົນ. ພ້ອມກັນນັ້ນ ສົມທົບຢ່າງແຫນ້ນແຟ້ນກັບບັນດາບໍລິສັດການບິນຢູ່ພາຍໃນ ແລະ ສາກົນ ເພື່ອເພີ່ມຖ້ຽວບິນທີ່ມີຢູ່ແລ້ວ, ສ້າງບັນດາສາຍການບິນໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ