ວັດທະນະທຳ ຫວຽດນາມ ຢູ່ງານບຸນວັດທະນະທຳພື້ນເມືອງບັນດາເຜົ່າ ເຊັກໂກ

(VOVWORLD) - ງານບຸນວັດທະນະທຳພື້ນເມືອງບັນດາເຜົ່າສ່ວນນ້ອຍຢູ່ນະຄອນ Litomerice, ເຂດ Usti nad Labem, ສ.ເຊັກໂກ ດຳເນີນໃນວັນທີ 20 ພຶດສະພາ. ນີ້ແມ່ນເຫດການດຳເນີນໄປແຕ່ລະປີ ແນໃສ່ໂຄສະນາວັດທະນະທຳມູນເຊື້ອຫລາຍຮູບຫລາຍແບບຂອງວົງຄະນະຍາດບັນດາເຜົ່າສ່ວນນ້ອຍທີ່ດຳລົງຊີວິດຢູ່ທ້ອງຖິ່ນ
ວັດທະນະທຳ ຫວຽດນາມ ຢູ່ງານບຸນວັດທະນະທຳພື້ນເມືອງບັນດາເຜົ່າ ເຊັກໂກ - ảnh 1 ວັດທະນະທຳ ຫວຽດນາມ ຢູ່ງານບຸນວັດທະນະທຳພື້ນເມືອງບັນດາເຜົ່າ ເຊັກໂກ (ພາບ: ຮືວບີງ)

ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ຄວາມເຂົ້າອົກເຂົ້າໃຈ ແລະ ສະໜິດຕິດພັນລະຫວ່າງບັນດາເຜົ່າ. ທ່ານນາງ Iveta Pospisilova ຜູ້ຕາງໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ:

        “ດ້ວຍຈຸດປະສົງໂຄສະນາວັດທະນະທຳບັນດາເຜົ່າສ່ວນນ້ອຍ ແລະ ຊຸກຍູ້ການເຊື່ອມໂຍງ, ພວກຂ້າພະເຈົ້າຖືເປັນກຽດເຊີນບັນດາເພື່ອນມິດ ຫວຽດນາມ ມາສະແດງສິລະປະ, ແລກປ່ຽນພ້ອມກັບບັນດາຊົນເຜົ່າອື່ນໆ. ພວກຂ້າພະເຈົ້າໄດ້ຮັບຮູ້ວ່າ ຊາວ ຫວຽດນາມ ຢູ່ທີ່ນີ້ມີຄວາມດຸໝັ່ນຂະຫຍັນພຽງໃນການທຳງານ, ລູກຫຼານຮຽນເກັ່ງ, ໄດ້ຮັບການຕີລາຄາສູງຈາກປະຊາຊົນທ້ອງຖິ່ນ. ຄະນະຈັດຕັ້ງປາດຖະໜາວ່າພວກເພື່ອນ ສືບຕໍ່ເຂົ້າຮ່ວມຫລາຍເຫດການວັດທະນະທຳຊົນເຜົ່າສ່ວນນ້ອຍອື່ນໆ ບໍ່ພຽງແຕ່ແນະນຳວັດທະນະທຳ ຫວຽດນາມ ເທົ່ານັ້ນ ຫາກຍັງແບ່ງປັນບົດຮຽນເຊື່ອມໂຍງຂອງພວກເພື່ອນອີກດ້ວຍ ”.

        ທ່ານນາງ Jana Pacltova ແຂກຜູ້ຊົມໃຫ້ຮູ້ວ່າ:

        “ຂ້າພະເຂົ້າມັກວັດທະນະທຳ ຫວຽດນາມ ທີ່ສຸດ ແລະ ມັກຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມ. ບັນດາລາຍການສະແດງຂອງພວກເພື່ອນ ຊ່ວນໃຫ້ຂ້າພະເຈົ້າເຂົ້າໃຈຕື່ມອີກ ກ່ຽວກັບຊຸດອາພອນບັນດາເຜົ່າ, ພິເສດແມ່ນຄວາມງາມຂອງເສື້ອຍາວ ຫວຽດນາມ. ມັນກໍ່ຊ່ວຍໃຫ້ຂ້າພະເຈົ້າມີຄວາມຮູ້ກ່ຽວກັບວັດທະນະທຳ ຫວຽດນາມ ຕື່ມອີກ ເພື່ອຖ່າຍທອດໃຫ້ນັກຮຽນຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ