ວັນຄົນພິການສາກົນ 3/12

(VOVWORLD) -ປະຈຸບັນ ຄາດວ່າ ຫວຽດນາມ ມີຄົນພິການປະມານ 6,2 ລ້ານຄົນ ມີອາຍຸແຕ່ 2 ປີຂຶ້ນໄປ ກວມເອົາ 7% ຈຳນວນພົນລະເມືອງ. 
ວັນຄົນພິການສາກົນ 3/12 - ảnh 1 ຫວຽດນາມ ມີຄວາມເອົາໃຈໃສ່ຫລາຍຢ່າງ ແລະ ສຸມໃສ່ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍຫນູນຊ່ວຍຄົນພິການຢ່າງມີປະສິດທິຜົນ (ພາບ: Baodansinh)

ເພື່ອຊ່ວຍຄົນພິການເຊື່ອໝັ້ນເຊື່ອມຕົວເຂົ້າກັບວົງຄະນາຍາດ, ໃນຊຸມປີຜ່ານມາ, ຫວຽດນາມ ມີຄວາມເອົາໃຈໃສ່ຫລາຍຢ່າງ ແລະ ສຸມໃສ່ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍຫນູນຊ່ວຍຄົນພິການຢ່າງມີປະສິດທິຜົນ. ປີ 2019 ງົບປະມານແຫ່ງລັດ ສະຫງວນໃຫ້ແກ່ບັນດາທ້ອງຖິ່ນແມ່ນເກືອບ 17.700 ຕື້ດົງ ເພື່ອຫນູນຊ່ວຍຄົນພິການ. ມາຮອດປະຈຸບັນ ທົ່ວປະເທດ ມີຄົນພິການຫນັກປະມານ 1 ລ້ານຄົນ. ມີ ຄົນພິການ ກວ່າ 19.550 ຄົນໄດ້ຮັບການຫນູນຊ່ວຍຮຽນວິຊາຊີບ. ທະນາຄານນະໂຍບາຍສັງຄົມ ໄດ້ຫນູນຊ່ວຍວຽກງເຮັດງານທຳ, ຮັກສາ ແລະ ເປີດກວ້າງວຽກເຮັດງານທຳໃຫ້ແກ່ຄົນພິການກວ່າ 1.700 ຄົນ.

ຕາມທ່ານ ເລເຕີນຢູງ ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມແລ້ວ, ໃນຊຸມປີຜ່ານມາ ການປົກປ້ອງສິດຂອງຄົນພິການ ແລະ ການປະຕິບັດບັນດານະໂຍບາຍຫນູນຊ່ວຍຄົນພິການ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຈາກພັກ ແລະ ລັດ. ແຜນຮ່າງຫນູນຊ່ວຍຄົນພິການ, ບາງນະໂຍບາຍຫນູນຊ່ວຍຄົນພິການກໍ່ ໄດ້ຮັບການດັດປັບໃຫ້ເໝາະສົມກັບສະພາບຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ