ວັນຄອບຄົວ ອາຊຽນ ຢູ່ ເມກຊີໂກ ໄດ້ຮັບການຈັດຕັ້ງຢ່າງຟົດຟື້ນ

(VOVWORLD) - ວັນຄອບຄົວ ອາຊຽນ 2018 ແມ່ນການເຄື່ອນໄຫວແທດຈິງ, ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືມີປະສິດທິຜົນ

ວັນທີ 7 ເມສາ, ບັນດາປະເທດ ອາຊຽນ ມີອົງການຜູ້ຕາງໜ້າປະຈຳ ເມກຊີໂກ ເຊິ່ງລວມມີ: ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ ໄດ້ຈັດຕັ້ງວັນຄອບຄົວ ອາຊຽນ ປີ 2018.

        ໃນວັນຄອບຄົວອາຊຽນ ປີ 2018 ໄດ້ຈັດຕັ້ງການເຄື່ອນໄຫວທີ່ອຸດົມສົມບູນ, ບັນດາການລະຫຼິ້ນພື້ນເມືອງ ທີ່ເປັນເອກະລັກສະເພາະ ແລະ ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງແຕ່ລະປະເທດ. ການລະຫຼິ້ນດຶງເຊືອກຂອງ ຫວຽດນາມ ສ້າງຄວາມດຶງດູດ ຜູ້ເຂົ້າຮ່ວມລາຍການ ແລະ ມີຫຼາຍເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ, ໃນນັ້ນມີ ຢໍ່ຈື່ນ ຂອງ ຫວຽດນາມ ຍາມໃດກໍ່ໄດ້ຮັບຄຳຍ້ອງຍໍຫຼາຍທີ່ສຸດໃນຈຳນວນບັນດາເຍື່ອງອາຫານພື້ນເມືອງຂອງ 5 ປະເທດເຂົ້າຮ່ວມງານບຸນ. ວັນຄອບຄົວ ອາຊຽນ 2018 ແມ່ນການເຄື່ອນໄຫວແທດຈິງ, ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືມີປະສິດທິຜົນ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ ປະເທດໃຫຍ່ໃນທະວີບ ອາເມລີກາ ລາຕີນ.

ຕອບກັບ

ຂ່າວ/ບົດ​ອື່ນ