ວັນທີ 11 ກັນຍາ, ໄຂວາລະປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14

(VOVWORLD) -ຄາດຄະເນວ່າວາລະປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ 14 ຈະດຳເນີນແຕ່ວັນທີ 11-20 ກັນຍາ.
ວັນທີ 11 ກັນຍາ, ໄຂວາລະປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14 - ảnh 1 (ພາບປະກອບ: TTXVN)

ໄປຄຽງຄູ່ກັບວຽກງານສ້າງກົດໝາຍ, ທີ່ວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາບັນຫາສຳຄັນຫຼາຍຢ່າງ ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມຊຸດທີ 14 ເຊິ່ງຈະດຳເນີນໃນເດືອນຕຸລາ. ໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ບັນດາໂຄງການຄື: ກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ-ເສດຖະກິດພິເສດ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກິລາກາຍະກຳ; ກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພາສີອາກອນຮັກສາສິ່ງແວດລ້ອມ; ກົດໝາຍວ່າດ້ວຍການແກ້ງແຍ້ງ ( ສະບັບປັບປຸງ ); ກົດໝາຍວ່າດ້ວຍການຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ; ກົດໝາຍວ່າດ້ວຍການວາງແຜນຜັງ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ( ສະບັບປັບປຸງ ); ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍປະຫວັດຫຍໍ້ດ້ານຕຸລາການ; ກົດໝາຍວ່າດ້ວຍການບໍລິຫານສາທາລະນະ; ໃຫ້ຄຳເຫັນ ( ຄັ້ງທີ 2 ) ກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ