ວັນທີ 2 ຂອງການ ເລືອກຕັ້ງປະທານາທິບໍດີ ອີຢີບ ຮອບທີ 2
(ພາບ:sggp.org.vn)
( vovworld )-ວັນທີ 17/6, ແມ່ນວັນສຸດທ້າຍທີ່ຜູ້ມີສິດເລືອກຕັ້ງອີຢີບ ໄປປ່ອນບັດເລືອກຕັ້ງປະທານາທິບໍດີຮອບທີ 2 ເພື່ອແນໃສ່ເລືອກຕັ້ງທ່ານ Ahmed Shagiq ອະດີດນາຍົກລັດຖະມົນຕີ ໃນສະໄໝອະດີດປະທານາທິບໍດີ Hosni Mubarak ຫລືວ່າທ່ານ Mohamed Morsy ຂຶ້ນກັບອົງການອ້າຍນ້ອງມຸດສະລິມ ເປັນປະທານາທິບໍດີຄົນໃໝ່. ກ່ອນໜ້ານັ້ນ, ມື້ທຳອິດຂອງການເລືອກຕັ້ງໄດ້ດຳເນີນໄປຢ່າງສະຫງົບ. ວັນທີ 18/6 ແມ່ນດຳເນີນການນັບບັດ ແລະ ໝາກຜົນຈະຖືກປະກາດໃນວັນທີ 21/6 ທີ່ຈະມາເຖິງ. ກອງທັບຈະດຳເນີນການມອບໂອນສິດອຳນາດໃຫ້ແກ່ປະທານາທິບໍດີຄົນໃໝ່ໃນວັນທີ 30/6.
ການເລືອກຕັ້ງປະທານາທິບໍດີອີຢີບ ໄດ້ດຳເນີນໄປໃນສະພາບການທີ່ຄວາມເຄັ່ງຕຶງດ້ານການເມືອງຢູ່ປະເທດນີ້ສືບຕໍ່ເພີ່ມຂຶ້ນ, ພິເສດ, ພາຍຫຼັງທີ່ສານລັດຖະທຳມະນູນສູງສຸດ ໄດ້ອອກຄຳຕັດສິນທີ່ວ່າ: ສະພາແຫ່ງຊາດໂດຍອົງການອ້າຍນ້ອງມຸດສະລິມກວມເອົາອັດຕາສ່ວນຫຼາຍໄດ້ລະເມີດລັດຖະທຳມະນູນ. ສະພາສູງສຸດບັນດາກຳລັງປະກອບອາວຸດກຳອຳນາດຢູ່ອີຢີບ ໄດ້ອອກຄຳສັ່ງຍຸບເລິກສະພາແຫ່ງຊາດຕາມຄຳຕັດສິນຂອງສານ, ຮັບໜ້າທີ່ກຳສິດນິຕິບັນຍັດ ແລະ ຄວບຄຸມງົບປະມານແຫ່ງລັດ.