ວັນ​ທີ 9 ເມ​ສາ: ຈຳ​ນວນ​ຜູ້​ຕິດ​ໂຄ​ວິດ​ 19 ລາຍ​ໃຫມ່​ໃນ​ທົ່ວ​ປະ​ເທດ​ຫລຸດ​ລົງ​ຫລາຍ

(VOVWORLD) -ໄລ່ຮອດວັນທີ 9 ເມສາ, ອັດຕາຜູ້ໄດ້ສັກວັກຊິນກັນໂຄວິດ ໃຫ້ແກ່ຜູ້ມີອາຍຸ 18 ປີຂຶ້ນໄປຢູ່ ຫວຽດນາມ ແມ່ນ ເຂັມ 1: 100%, ເຂັມ 2: 99,8%, ເຂັມ 3: 50,4%. ສຳລັບຜູ້ມີອາຍຸ 12 ປີ - 17ປີ: ໄດ້ ສັກເຂັມ 1: 99,8 % ແລະ ເຂັມ 2: 95,1%.



ແຫລ່ງຂ່າວຈາກກະຊວງສາທາລະນະສຸກໃນວັນທີ 9 ເມສາ ໃຫ້ຮູ້ວ່າ: ທົ່ວປະເທດ ກວດພົບມີ ຜູ້ຕິດໂຄວິດ 19 ລາຍໃຫມ່ 34.140 ຄົນ, ຫລຸດລົງກວ່າ 5000 ກໍລະນີເມື່ອທຽບໃສ່ວັນທີ 8 ເມສາ. ຈຳນວນຜູ້ເສຍຊີວິດພຽງແມ່ນ 26 ກໍລະນີ.

ໄລ່ຮອດວັນທີ 9 ເມສາ, ອັດຕາຜູ້ໄດ້ສັກວັກຊິນກັນໂຄວິດ ໃຫ້ແກ່ຜູ້ມີອາຍຸ 18 ປີຂຶ້ນໄປຢູ່ ຫວຽດນາມ ແມ່ນ ເຂັມ 1: 100%, ເຂັມ 2: 99,8%, ເຂັມ 3: 50,4%. ສຳລັບຜູ້ມີອາຍຸ 12 ປີ - 17ປີ: ໄດ້ ສັກເຂັມ 1: 99,8 % ແລະ ເຂັມ 2: 95,1%.

ປະຈຸບັນ ກະຊວງສາທາລະນະສຸກກະກຽມແຫລ່ງກຳລັງເພື່ອສັກວັກຊິນກັນໂຄວິດ 19 ໃຫ້ເດັກມີອາຍຸແຕ່ 5 ປີ -12 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ