ວັນບຸນວູລານ ຕອບແທນບຸນຄຸນພໍ່ແມ່ - ຫງູ໊ແຮ່ງເຊີນ ປີ 2019

(VOVWORLD) -ຕອນເຊົ້າວັນທີ 10 ສິງຫາ, ວັນບຸນວູລານ ຕອບແທນບຸນຄຸນພໍ່ແມ່ - ຫງູ໊ແຮ່ງເຊີນ ປີ 2019 ຖືກໄຂຂຶ້ນຢູ່ເຂດປູຊະນີຍະສະຖານ ຫງູ໊ແຮ່ງເຊີນ, ນະຄອນດ່າໜັງຂອງ ຫວຽດນາມ ອັນໄດ້ດຶງດູດແຂກທ່ອງທ່ຽວເຂົ້າຮ່ວມນັບພັນຄົນ.
ວັນບຸນວູລານ ຕອບແທນບຸນຄຸນພໍ່ແມ່ - ຫງູ໊ແຮ່ງເຊີນ ປີ 2019 - ảnh 1ວັນບຸນວູລານຕອບແທນບຸນຄຸນພໍ່ແມ່ແມ່່ນເວລາເພື່ອໃຫ້ທຸກຄົນປະຕິບັດ ແລະ ທໍາການຕອບແທນບຸນຄຸນ, ສະແດງຄວາມກະຕັນຍູຕໍ່ພໍ່ແມ່, ປູ່ຍ່າຕາຍາຍ 

        ປີນີ້, ວັນບຸນວູລານ ຕອບແທນບຸນຄຸນພໍ່ແມ່ - ຫງູ໊ແຮ່ງເຊີນ ມີຂອບຂະໜາດໃຫຍ່ກວ່າທຸກປີ. ບັນດາການເຄື່ອນໄຫວຕົ້ນຕໍ່ຂອງວັນບຸນ ລວມມີ: ແຕ້ມໂຕໜັງສືຫວຽດເດີມມອບໃຫ້ແຂກທ່ອງທ່ຽວ, ຊົງຊາ, ເນັບດອກກຸຫຼາບໃຫ້ແກ່ແຂກທີ່ມາຢ້ຽມຊົມ, ການເຄື່ອນໄຫວຕັ້ງຄ້າຍເຂົ້າວູລານຕອບແທນບຸນຄຸນພໍ່ແມ່... ເນື່ອງໃນໂອກາດນີ້, ສະມາຄົມພຸດທະສາສະໜາຫວຽດນາມນະຄອນດ່າໜັງ ກໍ່ໄດ້ມອບທຶນການສຶກສາໃຫ້ແກ່ບັນດານ້ອງນ້ອຍນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ ແຕ່ມີຄວາມກ້າວໜ້າໃນການຮໍ່າຮຽນ.  ພະອາຈານໃຫຍ່ ທິກເຫວ້ວິງ, ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ເມືອງ ຫງູ໊ແຮ່ງເຊີນ ໃຫ້ຮູ້ວ່າ:

        “ວັນບຸນວູລານຕອບແທນບຸນຄຸນພໍ່ແມ່ຢູ່ເມືອງ ຫງູ໊ແຮ່ງເຊີນ, ນະຄອນດ່າໜັງ ຖືກຈັດຂຶ້ນມາໄດ້ 3 ປີແລ້ວ. ນີ້ແມ່່ນເວລາເພື່ອໃຫ້ທຸກຄົນປະຕິບັດ ແລະ ທໍາການຕອບແທນບຸນຄຸນ, ສະແດງຄວາມກະຕັນຍູຕໍ່ພໍ່ແມ່, ປູ່ຍ່າຕາຍາຍ. ພ້ອມກັນນັ້ນ, ກໍແມ່ນເວລາເພື່ອໃຫ້ທຸກຄົນອາໄລຫາບັນດານັກຮົບວິລະຊົນຂອງຊາດ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນພະບຸລຸດ ຂອງຄອບຄົວຕົນ ແລະ ຂອງສັງຄົມ”.

        ວັນບຸນວູລານຕອບແທນບຸນຄຸນພໍ່ແມ່ ຫງູແຮ່ງເຊິນ ປີ 2019 ຖືກດໍາເນີນໃນລະຫວ່າງວັນທີ 10 - 11 ສິງຫາ.


ຕອບກັບ

ຂ່າວ/ບົດ​ອື່ນ