ວັນ​ບຸນ​ເຊີ​ດຊ​ູ “ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ ໃນ​ການ​ເຊື່ອ​ມ​ໂຍງ ແລະ ພັດທະ​ນາ”

(VOVWORLD) - ວັນບຸນລວມມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ. ໃນນັ້ນມີງານວາງສະແດງຮູບພາບແນະນຳ ແລະ ເຮັດໃຫ້ ບັນດາຄຸນຄ່າຂອງມໍລະດົກວັດທະນະທຳຫວຽດນາມພົ້ນເດັ່ນຂຶ້ນດ້ວຍບັນດາເນື້ອໃນທີ່ວ່າ “ການທ່ອງທ່ຽວຜ່ານບັນດາເຂດພາກມໍລະດົກ”, “ທຳມະຊາດ ຫວຽດນາມ”, “ມໍລະດົກ ຫວຽດນາມ 2019”.
ວັນ​ບຸນ​ເຊີ​ດຊ​ູ “ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ ໃນ​ການ​ເຊື່ອ​ມ​ໂຍງ ແລະ ພັດທະ​ນາ” - ảnh 1ພາບປະກອບ (ພາບ: vietnamnet.vn

ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳໃນການເຊື່ອມໂຍງ ແລະ ພັດທະນາ”. ວັນບຸນມໍລະດົກວັດທະນະທຳ, ການທ່ອງທ່ຽວ ຫວຽດນາມ ປີ 2019 ຈະໄດ້ເນີນໃນລະຫວ່າງວັນທີ 21 – 26 ພະຈິກ ຢູ່ສູນງານວາງສະແດງວັດທະນະທຳສິລະປະ ຫວຽດນາມ, ເຮືອນເລກທີ 2 ຖະໜົນ ຮວາລື, ຮ່າໂນ້ຍ ໂດຍ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ສົມທົບກັບບັນດາຫົວໜ່ວຍຈັດຂຶ້ນເພື່ອແນໃສ່ສະເຫຼີມສະຫຼອງ ວັນແຫ່ງມໍລະດົກວັດທະນະທຳ ຫວຽດນາມ ( 23 ພະຈິກ).

        ວັນບຸນລວມມີບັນດາການເຄື່ອນໄຫວທີ່ພົ້ນເດັ່ນ. ໃນນັ້ນມີງານວາງສະແດງຮູບພາບແນະນຳ ແລະ ເຮັດໃຫ້ ບັນດາຄຸນຄ່າຂອງມໍລະດົກວັດທະນະທຳຫວຽດນາມພົ້ນເດັ່ນຂຶ້ນດ້ວຍບັນດາເນື້ອໃນທີ່ວ່າ “ການທ່ອງທ່ຽວຜ່ານບັນດາເຂດພາກມໍລະດົກ”, “ທຳມະຊາດ ຫວຽດນາມ”, “ມໍລະດົກ ຫວຽດນາມ 2019”.

        ຢູ່ເຂດວາງສະແດງຂອງ ຫໍພິພິທະພັນທຳມະຊາດ ຫວຽດນາມ ໄດ້ແນະນຳບາງຮູບພາບກ່ຽວກັບທຳມະຊາດ ຫວຽດນາມ, ເຂດວາງສະແດງ ຂອງບັນດາແຂວງ, ນະຄອນ ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳໃນວິວັດການພັດທະນາການທ່ອງທ່ຽວ” ໄດ້ເຮັດໃຫ້ຄຸນຄ່າຂອງບັນດາມໍລະດົກທີ່ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ, ບັນດາສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ ແລະ ໂສມໜ້າໃຫມ່ຂອງ ມໍລະດົກໃນການດຳລົງຊີວິດ ປັດຈຸບັນພົ້ນເດັ່ນຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ