ວັນ​ບຸນ​ໄຫວ້​ພະ​ຈັນ​ຂອງ​​ເຍົາ​ວະ​ຊົນອະ​ນຸ​ຊົນ ຫວຽດ​ນາມ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ຢູ່​ຕ່າງ​ປະ​ເທດ

(VOVWORLD) -ຢູ່ນະຄອນຫຼວງວຽງຈັນຂອງລາວ, ວັດເຟິດຕິກ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ວຽງຈັນ ຈັດຕັ້ງລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ດ້ວຍຫົວຂໍ້ “ຄ່ຳຄືນວັນບຸນໄຫວ້ພະຈັນ”. 
ວັນ​ບຸນ​ໄຫວ້​ພະ​ຈັນ​ຂອງ​​ເຍົາ​ວະ​ຊົນອະ​ນຸ​ຊົນ ຫວຽດ​ນາມ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ຢູ່​ຕ່າງ​ປະ​ເທດ - ảnh 1ລາຍການຟ້ອນສິງໂຕ ໃນວັນບຸນໄຫວ້ພະຈັນຢູ່ວຽງຈັນ (ພາບ: VOV)

ວັນທີ 10 ກັນຍາ ແມ່ນວັນບຸນໄຫວ້ພະຈັນ. ເຂົ້າຮ່ວມບັນຍາກາດຕ້ອນຮັບວັນບຸນໄຫວ້ພະຈັນຂອງ ເຍົາວະຊົນໃນທຸກແຖບຖິ່ນໃນທົ່ວປະເທດ, ຊຸມວັນຜ່ານມາ, ບັນດານ້ອງນ້ອຍເຍົາວະຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເປັນມູນເຊື້ອໃນໂອກາດວັນບຸນໄຫວ້ພະຈັນ.

ຢູ່ນະຄອນຫຼວງວຽງຈັນຂອງລາວ, ວັດເຟິດຕິກ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ວຽງຈັນ ຈັດຕັ້ງລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ດ້ວຍຫົວຂໍ້ “ຄ່ຳຄືນວັນບຸນໄຫວ້ພະຈັນ”. ໃນລາຍການ, ບັນດານ້ອງນ້ອຍໄດ້ຮັບການຟ້ອນສິງໂຕ ແລະ ບັນດາລາຍການສະແດງສິລະປະຢ່າງຟົດຟືື້ນ ໂດຍຄະນະສະແດງສິລະປະວັດເຟິດຕິກ, ບັນດານ້ອງໆນັກຮຽນຂອງໂຮງຮຽນສອງພາສາ ຫງວຽນຢູ ແລະ ນັກຮຽນໂຮງຮຽນອະນຸບານ ໂຕນກາ ສະແດງ.

ໃນບໍລິເວນສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ຄະນະຕິດຕໍພົວພັນວົງຄະນະຍາດ ຊາວຫວຽດນາມ ສົມທົບກັບສະຖານທູດ ຈັດຕັ້ງວັນບຸນໄຫວ້ພະຈັນ 2022 ດ້ວຍການເຂົ້າຮ່ວມຂອງຄອບຄົວຊາວຫວຽດນາມ ນັບຮ້ອຍຄອບຄົວ, ພ້ອມກັບຜູ້ຕາງໜ້າບັນດາອົງການຈັດຕັ້ງປະຊາຄົມປະເທດປະຈຳຖິ່ນ ແລະ ເພື່ອນມິດສາກົນ.

ໃນຂະນະນັ້ນ, ສະຖານທູດ ຫວຽດນາມ ປະຈຳ ອາບຟຼິກກາໃຕ້ ໄດ້ຈັດຕັ້ງ ວັນບຸນໄຫວ້ພະຈັນ ໃຫ້ແກ່ບັນດານ້ອງໆເຍົາວະຊົນ ແມ່ນລູກຫຼານຂອງພະນັກງານອົງການຕາງໜ້າ ຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ເຂດນະຄອນຫຼວງ Pretoria ແລະ ນະຄອນ Johannesburg.

ຕອບກັບ

ຂ່າວ/ບົດ​ອື່ນ