ວັນພົນລະເມືອງໂລກທີ 11 ກໍລະກົດ: ຫວຽດນາມ ຮັບປະກັນບັນດາການບໍລິການໃຫ້ຄຳປຶກສາ, ເບິ່ງແຍງດູແລສຸຂະພາບຈະເລີນພັນໃນສະພາບເກີດໂລກລະບາດ

(VOVWORLD) -ວຽກງານເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນ, ການວາງແຜນຄອບຄົວຢູ່ຫວຽດນາມ ຍັງໄດ້ຮັບການຮັກສາຢູ່ສະເໝີ.
ວັນພົນລະເມືອງໂລກທີ 11 ກໍລະກົດ: ຫວຽດນາມ ຮັບປະກັນບັນດາການບໍລິການໃຫ້ຄຳປຶກສາ, ເບິ່ງແຍງດູແລສຸຂະພາບຈະເລີນພັນໃນສະພາບເກີດໂລກລະບາດ - ảnh 1ວຽກງານເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນຢູ່ຫວຽດນາມ ໄດ້ຮັບການຮັກສາ
(ພາບ: TTXVN)

ຕາມກອງທຶນປະຊາກອນ (UNFPA), ໂລກລະບາດໂຄວິດ-19 ໄດ້ ແລະ ພວມມີການຜັນແປຢ່າງຮ້າຍແຮງໃນທົ່ວໂລກ, ເຮັດໃຫ້ລະບົບເບິ່ງແຍງດູແລສຸຂະພາບປະຊາກອນຢູ່ຫຼາຍປະເທດຖືຢຸດສະງັກ, ໂດຍສະເພາະແມ່ນໃນຂົງເຂດເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນ.

ຢູ່ຫວຽດນາມ, ຕາມທ່ານຫົວໜ້າກົມສື່ສານ-ສຶກສາ, ກົມໃຫຍ່ປະຊາກອນ - ການວາງແຜນຄອບຄົວ (ກະຊວງສາທາລະນະສຸກຫວຽດນາມ) ດິງຮຸຍເຈືອງ ແລ້ວ, ໃນສະພາບການທີ່ໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນນັ້ນ, ເຖິງວ່າຕ້ອງສຸມແຫຼ່ງກຳລັງໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ກະຊວງສາມາລະນະສຸກ ຍັງມີແຜນນະໂຍບາຍຮັບປະກັນບັນດາການບໍລິການໃຫ້ຄຳປຶກສາ, ເບິ່ງແຍງດູແລສຸດຂະພາບຈະເລີນພັນ… ໃຫ້ແກ່ປະຊາຊົນເພື່ອບໍ່ຖືກຕັດຕອນ. ຄຽງຂ້າງນັ້ນ, ເລື່ອງຍູ້ແຮງບັນດາຮູບແບບໂຄສະນາສື່ສານທີ່ທັນສະໄໝຜ່ານສື່ສັງຄົມອອນລາຍ, ຢູ່ຫຼາຍທ້ອງຖິ່ນ ເພື່ອໂຄສະນາ, ໃຫ້ຄຳປຶກສາໃຫ້ແກ່ປະຊາຊົນ… ຍ້ອນເຫດນັ້ນ, ວຽກງານເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນ, ການວາງແຜນຄອບຄົວຢູ່ຫວຽດນາມ ຍັງໄດ້ຮັບການຮັກສາຢູ່ສະເໝີ.

ຕອບກັບ

ຂ່າວ/ບົດ​ອື່ນ