ວັນມາດຕະຖານໂລກ 14 ຕຸລາ - ວິໄສທັດລວມໃຫ້ແກ່ໂລກທີ່ສວຍງາມກວ່າ

(VOVWORLD) -ຫົວຂໍ້ຂອງວັນມາດຕະຖານໂລກປີນີ້ແມ່ນ “ມາດຕະຖານຮັບໃຊ້ບັນດາເປົ້າໝາຍພັດທະນາແບບຍືນຍົງ - ວິໄສທັດລວມໃຫ້ແກ່ໂລກທີ່ສວຍງາມກວ່າ”
ວັນມາດຕະຖານໂລກ 14 ຕຸລາ - ວິໄສທັດລວມໃຫ້ແກ່ໂລກທີ່ສວຍງາມກວ່າ - ảnh 1ພິທີສະເຫຼີມສະຫຼອງ 51 ປີແຫ່ງວັນມາດຕະຖານໂລກ
(ພາບ: thuonghieucongluan.com.vn)

ຕອນບ່າຍວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ກົມໃຫຍ່ມາດຕະຖານວັດແທກຄຸນນະພາບ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ໄດ້ຈັດພິທີສະເຫຼີມສະຫຼອງ 51 ປີແຫ່ງວັນມາດຕະຖານໂລກ 14 ຕຸລາ.

        ຫົວຂໍ້ຂອງວັນມາດຕະຖານໂລກປີນີ້ແມ່ນ “ມາດຕະຖານຮັບໃຊ້ບັນດາເປົ້າໝາຍພັດທະນາແບບຍືນຍົງ - ວິໄສທັດລວມໃຫ້ແກ່ໂລກທີ່ສວຍງາມກວ່າ” ເພື່ອແນໃສ່ສົ່ງສານ: ມາດຕະຖານສະໜອງມາດຕະການແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງເຖິງເປົ້າໝາຍພັດທະນາແບບຍືນຍົງ. ທ່ານ ຫງວຽນຮ່ວາງລິງ, ຮອງຫົວໜ້າກົມມາດຕະຖານວັດແທກຄຸນນະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ເນັ້ນໜັກວ່າ:

        “ຄວາມໝາຍຂອງສານໃນວັນມາດຕະຖານໂລກປີນີ້ ແມ່ນຢາກເນັ້ນໜັກເຖິງບົດບາດຂອງມາດຕະຖານ ເພື່ອຊ່ວຍໃຫ້ລັດຖະບານ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງ ໃນການນຳໃຊ້ມາດຕະຖານຄືດັ່ງເຄື່ອງມື, ມາດຕະການແກ້ໄຂເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ກໍຄືເປົ້າໝາຍພັດທະນາແບບຍືນຍົງຂອງແຕ່ລະປະເທດ. ພິເສດໃນສະພາບພາຍຫຼັງໂລກລະບາດ ພວກເຮົາຕ້ອງເຊື່ອມຕໍ່ຢ່າງແໜ້ນແຟ້ນຍິ່ງໆຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ