(vovworld) – ລາຍການສິລະປະເພື່ອຊົມເຊີຍວັນວັດທະນະທຳບັນດາເຜົ່າ ຫວຽດນາມ (19/4) ແລະ ປີຄອບຄົວ ຫວຽດນາມ ປີ 2013 ຖືກຈັດຂຶ້ນໃນຕອນຄຳ່ວັນທີ 19/4 ຢູ່ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າ ຫວຽດນາມ ທີ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຟ້າມກວາງຫງີ້ ໄດ້ເຂົ້າຮ່ວມວັນບຸນ ພ້ອມກັບພໍ່ແມ່ພີ່ນ້ອງ 150 ຄົນທີ່ຕາງໜ້າໃຫ້ແກ່ 54 ຊົນເຜົ່າອ້າຍນ້ອງໃນທົ່ວປະເທດ.
ກ່າວຄຳເຫັນນະພິທີ, ທ່ານລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮ່ວາງຕວນແອງ ຊີ້ແຈ້ງວ່າ: ກ່ອນນີ້ 5 ປີເຕັມ, ນາຍົກລັດຖະມົນຕີ ໄດ້ຕົກລົງຖືເອົາວັນທີ 19/4 ແຕ່ລະປີເປັນ “ວັນວັດທະນະທຳບັນດາເຜົ່າ ຫວຽດນາມ” ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳຂອງ 54 ຊົນເຜົ່າອ້າຍນ້ອງ, ເພີ່ມທະວີກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ. ນີ້ແມ່ນຮູບແບບເພື່ອຈົດຈຳ, ຕັກເຕືອນປຸກລະດົມນ້ຳໃຈ “ສະເໝີພາບ, ສາມັກຄີ, ເຄົາລົບນັບຖື ແລະ ຊ່ວຍເຫລືອກັນເພ່ືອພ້ອມກັນກ້າວໜ້າ” ສະແດງຄວາມເອົາໃຈໃສ່ຂອງພັກ, ລັດ ຫວຽດນາມ ທີ່ມີຕໍ່ພາລະກິດພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ ຂອງປະຊາຊົນບັນດາເຜົ່າ. ທ່ານລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮ່ວາງຕວນແອງ ກ່າວວ່າ:
“5 ປີຜ່ານມາ, ດ້ວຍການເຄື່ອນໄຫວ, ວຽກງານທີ່ລະອຽດຫລາຍຢ່າງ, ທີ່ມີຄວາມໝາຍກ່ຽວກັບການອະນຸລັກຮັກສາ, ພົວພັນແລກປ່ຽນວັດທະນະທຳ, ພັດທະນາເສດຖະກິດ ຕິດພັນກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ, ວັນວັດທະນະທຳ ບັນດາເຜົ່າ ຫວຽດນາມ ໄດ້ແຜ່ລາມ ແລະ ຊຶມເລິກໃນວົງຄະນະຍາດບັນດາເຜົ່າ ຫວຽດນາມ ເທື່ອລະກ້າວ, ສືບຕໍ່ຢືນຢັນພະລັງຊີວິດ, ການຍືນຍົງຄົງຕົວຂອງວັດທະນະທຳບັນດາເຜົ່າ ຫວຽດນາມ”