ວັນອາທິດແດງ - “ບໍລິຈາກເລືອດເພື່ອກູ້ເອົາຊີວິດ - ຊີວິດຂອງເພື່ອນແລະຂອງຂ້ອຍ”

(VOVWORLD) -ຈຳນວນເລືອດທີ່ໄດ້ຮັບໃນຄັ້ງນີ້ແມ່ນກວ່າ 1.000 ຖົງ.

ວັນອາທິດແດງ - “ບໍລິຈາກເລືອດເພື່ອກູ້ເອົາຊີວິດ - ຊີວິດຂອງເພື່ອນແລະຂອງຂ້ອຍ” - ảnh 1 ຈຳນວນເລືອດທີ່ໄດ້ຮັບໃນຄັ້ງນີ້ແມ່ນກວ່າ 1.000 ຖົງ

(ພາບ: tienphong.vn)

ລາຍການວັນອາທິດແດງ - “ບໍລິຈາກເລືອດເພື່ອກູ້ເອົາຊີວິດ - ຊີວິດຂອງເພື່ອນແລະຂອງຂ້ອຍ” ໂດຍຄະນະພັກແຂວງກວາງນິງ ສົມທົບກັບໜັງສືພິມ ຕ່ຽນຟອງ ຈັດຕັ້ງໃນວັນທີ 05 ມັງກອນ, ຢູ່ນະຄອນ ຫ້າລອງ, ແຂວງກວາງນິງ. ມີສະມາຊິກຊາວໜຸ່ມ, ຊາວໜຸ່ມນັບຮ້ອຍໆຄົນໄດ້ເຂົ້າຮ່ວມວັນບຸນບໍລິຈາກເລືອດນີ້. ຈຳນວນເລືອດທີ່ໄດ້ຮັບໃນຄັ້ງນີ້ແມ່ນກວ່າ 1.000 ຖົງ.

          ປີ 2019 ຜ່ານມາ, ໃນທົ່ວປະເທດໄດ້ຮັບເລືອດກວ່າ 1,3 ລ້ານຖົງ, ຕອບສະໜອງຄວາມຕ້ອງການໃນການປິ່ນປົວໃຫ້ຄົນເຈັບໄດ້ 70%.

ຕອບກັບ

ຂ່າວ/ບົດ​ອື່ນ