ວັນ​​ເຝ​ີ 2022: ນຳ ເຝ​ີ ຫວຽດ​ນາມ ອ​ອກ​ສູ່​ທົ່ວ​ໂລກ

(VOVWORLD) -Gala ວັນຂອງ ເຝີ 2022 ມີການເຂົ້າຮ່ວມຂອງບັນດາເຄື່ອງໝາຍເຝີທີ່ມີຊື່ສຽງຂອງແຕ່ລະເຂດພາກມາເຕົ້າໂຮມ ພ້ອມກັບຜູ້ຊ່ຽວຊານຂອງດິນແດນ ເຝີ ນາມດ້ິງ. 
ວັນ​​ເຝ​ີ 2022: ນຳ ເຝ​ີ ຫວຽດ​ນາມ ອ​ອກ​ສູ່​ທົ່ວ​ໂລກ - ảnh 1ບັນດາຜູ້ແທນຢ້ຽມຊົມຮ້ານເຝີ ຫວຽດນາມ (ພາບ: VOV)

Gala ວັນຂອງ ເຝີ 2022 ດ້ວຍຫົວຂໍ້ “ເຝີ ຫວຽດ - ເຕົ້າໂຮມສິ່ງທີ່ຍອດຍິ່ງ” ໄດ້ດຳເນີນໃນວັນທີ 11 ທັນວາ ຢູ່ນະຄອນ ນາມດິ້ງ, ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ເຫດການດັ່ງກ່າວ ໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ນາມດິ້ງ ສົມທົບກັບໜັງສືພິມ ຕວຍແຈ (ໄວໜຸ່ມ), ສະຫະສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ, ສະຫະສະມາຄົມວັດທະນະທຳອາຫານການກິນ ນາມດິ້ງ ຈັດຂຶ້ນ.

        Gala ວັນຂອງ ເຝີ 2022 ມີການເຂົ້າຮ່ວມຂອງບັນດາເຄື່ອງໝາຍເຝີທີ່ມີຊື່ສຽງຂອງແຕ່ລະເຂດພາກມາເຕົ້າໂຮມ ພ້ອມກັບຜູ້ຊ່ຽວຊານຂອງດິນແດນ ເຝີ ນາມດ້ິງ. ລາຍການດັ່ງກ່າວ ມຸ່ງໄປເຖິງເປົ້າໝາຍນຳເຝີກາຍເປັນອາຫານຂຶ້ນຊື່ ແລະ ເປັນເອກະລັກຂອງ ຫວຽດນາມ, ໃນນັ້ນ ໄດ້ປະກາດບັນຊີລາຍຊື່ບັນດາຫ້າງຮ້ານເຝີທີ່ມີຄຸນນະພາບສູງຢູ່ 63 ແຂວງ, ນະຄອນ ໃນທົ່ວປະເທດ. ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຖືວ່າ:

        “ຈາກເຄື່ອງໝາຍການຄ້າ, ຊື່ສຽງກ່ຽວກັບເຂດດິນແດນ ນາມດິ້ງ ຜ່ານ ເຝີ ໄດ້ແຜ່ກະຈາຍອອກສູ່ທົ່ວທຸກແຫ່ງ ໃນ 50 ປະເທດໃນໂລກ ແລະ ແຂກສາກົນມີຄວາມຄວາມນິຍົມຫຼາຍ. ຈາກນັ້ນ ກໍມີຄວາມຮັກມັກປະເທດ ຫວຽດນາມ ແລະ ເຂດດິນແດນ ນາມດິ້ງ. ເຄື່ອງໝາຍການຄ້າ ເຝີ ຫວຽດນາມ ໄດ້ເພີ່ມຄຸນຄ່າໃຫ້ແກ່ສະຖານທີ່ທ່ອງທ່ຽວນາມດິ້ງ. ນາມດິ້ງ ຈະໄດ້ຮູ້ຈັກເຖິງຫຼາຍກວ່າ ຜ່ານ ເຝີ, ຜ່ານຕົ້ນກຳເນີດຂອງ ເຝີ ແລະ ແຂກທ່ອງທ່ຽວມາທ່ຽວ ນາມດິ້ງ ກໍຈະເພີ່ມຂຶ້ນ. ນາມດິ້ງ ຈະກາຍເປັນສະຖານທີ່ດູດດື່ມຜ່ານ ເຝີ, ຈາກນັ້ນ ພວກເຮົາຈະມີບັນດາລາຍການໂຄສະນາກ່ຽວກັບການທ່ອງທ່ຽວ ຜ່ານ ເຝີ”.


ຕອບກັບ

ຂ່າວ/ບົດ​ອື່ນ