ວັນແຫ່ງຄວາມຮັກ Valentine

ວັນແຫ່ງຄວາມຮັກ Valentine - ảnh 1
(ພາບ: tintuc.365.vn)

(vovworld)- ຊາວ​ຫວຽນາມ​ໄດ້​​ເລີ່​ມລຶ້ງ​ເຄີຍ​ກັບວັນ​ແຫ່ງ​ຄວາມ​ຮັກ Valentine ນັບ​ສິບ​ປີ​ມາ​ນີ້. ວັນ​ທີ 14ກຸມພາ ບັນຍາກາດ ວັນ​ແຫ່ງ​ຄວາມ​ຮັກ Valentine​ໄດ້ປົກຄຸມໄປທົ່ວຖະໜົນສາຍຕ່າງໆໃນນະຄອນຫຼວງຮ່າໂນ້ຍ. ຢູ່ຕາມຮ້ານຂາຍ ເຄື່ອງທີ່ລະນຶກ, ລ້ວນແຕ່ວາງຂາຍເຂົ້າໜົມ Chocolate, ​ເຄື່ອງ​​ເອ້ຢ້ອງຖືກ​ຫຸ້ມ​ຫໍ່​ຢ່າງ​ງາມ​ຕາ, ຫຼື​ເຄື່ອງ​ຫຼິ້ນ​ມີ​ຮູບ​ສັດ​ປະ​ເພດ​ຕ່າງໆ. ນີ້​ກໍ​ແມ່ນ​ບັນດາ​ປະ​ເພດ​ສິນ​ຄ້າ​ທີ່​ພວກ​ໄວ​ໜຸ່ມ​ມັກ​ຊື້​ຫຼາຍ​ກ່ວາ​ໝູ່. ​ໃນວັນ​ແຫ່ງ​ຄວາມ​ຮັກ Valentine 14 ກຸມພາ, ບັນດາ​ກະ​ເຊົ້າ​ດອກ​ໄມ້​ສົດ, ພິ​ເສດ​ມີດ​ອກກູ​ຫຼາບ​ພ້ອມ​ກັບ​ເຄື່ອງ​ທີ່​ລຶກແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້. ນາງ​ເລ​ທິຖີ້​ເງິນ ​ເຈົ້າ​ຂອງ​ຮ້ານ​ຂາຍ​ດອກ​ໄມ​້ຢູ່ຖະໜົນ ຕົນ​ດຶກ​ທັ້ງ ​ໃຫ້​ຮູ້​ວ່າ:

  “ ​ໃນ ວັນ​ແຫ່ງ​ຄວາມ​ຮັກ Valentine, ທຸກໆ​ຄົນ​ມັກ​ມອບ​ດອກ​ໄມ້ສົດ​ໃຫ້​ໝູ່ ເພື່ອນ​ເປັນ​ຂອງ​ຂວັນ. ຍ້ອນປີ​ນີ້ອາກາດໜາວ​ແກ່ຍາວ, ດັ່ງ​ນັ້ນ​ຕະຫຼາດ​ດອກ​ໄມ້​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຄຸນ​ນະພາ​ບກໍ​ຄື​ປະລິມານ​ໄດ້, ດັ່ງ​ນັ້ນຮ້າຍ​ຂາຍ​ດອກ​ໄມ້​ຂອງ​ຂ້າພະ​ເຈົ້າຫັນ​ທິດ​ມາ​​ຂາຍ​ດອກ​ໄມ້​ເອືອບ​ຢາ​. ດອກ​ໄມ້​ຊະນິດ​ນີ້​ງາມ​ມີ​ສີ​ຫຼາກ​ຫຼາຍ, ສາມາດ​ຫຼິ້ນ​ໄດ້​ດ​ົນ. ນີ້​ແມ່ນຜະລິດ​ຕະພັນ​ໃໝ່, ​ໄດ້ຮັບ​ຄວາມ​ນິຍົມ​ຈາກ​ໄວ​ໜຸ່ມ​ຢ່າງ​ຫຼວງ​ຫຼາຍ”

    ວັນ​ແຫ່ງ​ຄວາມ​ຮັກ Valentine ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວມ​ເພື່ອນ​ໜຸ່ມ​ສະ​ແດງ​ຄວາມ​ຮັກ​ຕໍ່​ແຟນຂອງ​ຕົນ. ມິ​ງ​ເຍີ​ດ, ນັກ​ສຶກສາ​ສັງກັດ​ມະຫາວິທະຍາ​ໄລ​ການ​ຢາ ຮ່າ​ໂນ້ຍ ​ເປີດ​ເຜີຍ​ວ່າ:

   “ ​ ເມື່ອ​ທຽບ​ໃສ່​ກ່ອນ​ນີ້, ວັນ​ແຫ່ງ​ຄວາມ​ຮັກ Valentine ​ໃນປະຈຸ​ບັນ​ໄດ້​ກາຍ​ເປັນວັນ​ບຸນ​ຂອງ​ໄວ​ໜຸ່ມ​ຍຸກ​ປະຈຸ​ບັນ. ​ເຮົາ​ຄິດ​ວ່າ​ນີ້​ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ​ຖ້າ​ຫາກ​ວ່າ​ໄວ​ໜຸ່ມ​ພວກ​ເຮົາ​ຮູ້​ແຈ້ງ​ເຖິງ​ຄວາມ​ໝາຍ​ຂອງ​ວັນ​ນີ້ ​ແລະ ມີ​ບັນດາ​ວິທີ​ເຂົ້າ​ໃຈ ​ແລະ ການ​ກະທຳ​ເພື່ອ​ໃຫ້​ວັນ​ທີ 14 ກຸມພາ ກາຍ​ເປັນ​ວັນ​ເພື່ອ​ສະຫງວນ​ຈິດ​ໃຈ,ຄວາມ​ຮັກ​ແພງ​ໃຫ້​ແຟນຂອງ​ຕົນ.”

                                                      ບຸ​ຍຮັ່ງ

ຂ່າວ/ບົດ​ອື່ນ