(ພາບປະກອບ:cpv.org.vn)
(VOV)- ຕອນຄ່ຳວັນທີ 12/11, ຢູ່ນະຄອນໂຮ່ຈິມິນ, ກົງສູນໃຫ່ຍອິນເດຍ ປະຈຳນະຄອນໂຮ່ຈິມິນ ໄດ້ຈັດວັນໂຄງການຮ່ວມມືດ້ານເສດຖະກິດເຕັກນິກອິນເດຍ-ITEC DAY 2012 ເພື່ອແນໃສ່ສະເຫຼີມສະຫຼອງລາຍການທຶນສຶກສາຂອງອິນເດຍ ຢູ່ຫວຽດນາມ. ໂຄງການຮ່ວມມືດ້ານເສດຖະກິດເຕັກນິກອິນເດຍ-ITEC ໄດ້ຮັບການເລີ່ມຕົ້ນແຕ່ປີ 1964 ເພື່ອແນໃສ່ໜູນຊ່ວຍບັນດາປະເທດພວມພັດທະນາແບ່ງປັນໝາກຜົນການພັດທະນາເສດຖະກິດສັງຄົມ ແລະ ເຕັກນິກຂອງອິນເດຍ, ຊ່ວຍບັນດາປະເທດຄູ່ຮ່ວມມືສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີສີມືດີ, ເພີ່ມແຫຼ່ງການເງິນ ແລະ ຖ່າຍຖອດເຕັກໂນໂລຊີ. ຢູ່ຫວຽດນາມ, ນັບແຕ່ປີ 1995 ມາຮອດປະຈຸບັນ, ມີນັກຄົ້ນຄ້ວາ, ພະນັກງານ, ລັດຖະກອນ 560 ຄົນ ໄດ້ຮັບທຶນສຶກສາ ITEC ແລະ ທຶນສຶກສາໄລຍະຍາວອື່ນໆເພື່ອເຂົ້າຮ່ວມບັນດາຊຸດຮຽນກ່ຽວກັບເຕັກໂນໂລຊີ, ພາສາອັງກິດ, ການຄຸ້ມຄອງການເງິນ, ການໝູນໃຊ້ກະສິກຳ, ຊີວະສາດ ແລະ ເຕັກນິກສິ່ງແວດລ້ອມ. ທ່ານ Abhay Thakur ຫົວໜ້າກົງສູນໃຫ່ຍໃຫ່ຍອິນເດຍ ປະຈຳນະຄອນໂຮ່ຈິມິນ ເວົ້າວ່າ:
“ຜົນສຳເລັດຂອງໂຄງການ ITEC ຢູ່ຫວຽດນາມ ແມ່ນຍ້ອນໄດ້ຮັບການສະໜັບສະໜູນຈາກບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ບັນດາສະຖາບັນວິທະຍາສາດຢູ່ຫວຽດນາມ. ພວກຂ້າພະເຈົ້າຕີລາຄາສູງການປຸກລະດົມກຳລັງໃຈຂອງຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ບັນດາແຂວງນະຄອນອື່ນໆ. ໂຄງການດັ່ງກ່າວໄດ້ຊ່ວຍເພີ່ມທະວີການພົວພັນສອງຝ່າຍຢ່າງຮອບດ້ານກັບຫວຽດນາມ, ນັ້ນກໍ່ແມ່ນຈຸດປະສົງຕົ້ນຕໍຂອງພວກຂ້າພະເຈົ້າ“