ວິ​ສາ​ຫະ​ກິດ ຫວຽດ​ນາມ ຊອກ​ຫາ​ກາ​ລະໂອ​ກາດການ​ສົ່ງ​ອອກ​ສິນ​ຄ້າໄປ​ຍັງອາຟະລິກາໃຕ້

(VOVWORLD) - ໂດຍປະຕິບັດໂຄງການສົ່ງເສີມການຄ້າ ແຫ່ງຊາດ ປີ 2019, ຄະນະສົ່ງເສີມການຄ້າ ຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ອາຟະລິກາໃຕ້ໃນລະຫວ່າງວັນທີ 21 -29 ມິຖຸນາ. ດ້ວຍວິສາຫະກິດ 22 ແຫ່ງໄປເຂົ້າຮ່ວມນຳ, ນີ້ແມ່ນຄະນະ ການຄ້າໃຫຍ່ທີ່ສຸດ ຂອງ ຫວຽດນາມ ທີ່ໄປຍັງ ອາຟະລິກາໃຕ້ນັ້ນແຕ່ກ່ອນມາຮອດປັດຈຸບັນ.

ວິ​ສາ​ຫະ​ກິດ ຫວຽດ​ນາມ ຊອກ​ຫາ​ກາ​ລະໂອ​ກາດການ​ສົ່ງ​ອອກ​ສິນ​ຄ້າໄປ​ຍັງອາຟະລິກາໃຕ້ - ảnh 1

ກອງປະຊຸມສຳມະນາ “ເຊື່ອມໂຍງລະຫວ່າງວິສາຫະກິດ ຫວຽດນາມ - ອາຟະລິກາໃຕ້” ດຶງດູດໄດ້ວິສາຫະກິດ ກ່ວາ 100 ແຫ່ງ ຂອງປະເທດປະຈຳຖິ່ນ (ພາບ: TTXVN) 

ເປົ້າໝາຍຂອງການປະຕິບັດງານຄັ້ງນີ້ແມ່ນເພື່ອແນໃສ່ໂຄສະນາ ຜະລິດຕະພັນ, ຊອກຫາບັນດາຄູ່ຮ່ວມມືນຳເຂົ້າສິນຄ້າ, ສ້າງຕັ້ງການພົວພັນຄູ່ຄ້າ, ຊອກຫາໂອກາດຮ່ວມມືດຳເນີນທຸລະກິດ ແລະ ລົງທຶນ. ນອກຈາກນັ້ນ, ລາຍການເຄື່ອນໄຫວຂອງຄະນະຍັງຊ່ວຍໃຫ້ວິສາຫະກິດໄດ້ຊອກຮູ້, ສຳຜັດກັບຕະຫຼາດ, ຄົ້ນຄ້ວາທ່າອ່ຽງການໃຊ້ສອຍ, ຄວາມນິຍົມຂອງລູກຄ້າ ແລະ ຄວາມຮຽກຮ້ອງຕ້ອງການຂອງນັກນຳເຂົ້າ.

ໃນຂອບເຂດໂຄງການ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ເຊື່ອມໂຍງລະຫວ່າງວິສາຫະກິດ ຫວຽດນາມ - ອາຟະລິກາໃຕ້” ໃນວັນທີ 24 ມິຖຸນາ ຢູ່ນະຄອນ Johannesburg, ບັນດາວິສາຫະກິດ ຫວຽດນາມໄດ້ເຂົ້າຮ່ວມວາງສະແດງສິນຄ້າຢູ່ ງານຕະ   ຫຼາດນັດ ການຄ້າສາກົນ ອາຟະລິກາ SAITEX 2019 ຄັ້ງທີ 26, ຜ່ານນັ້ນ, ກໍ່ໄດ້ໂຄສະນາບັນດາຜະລິດຕະພັນທີ່ເປັນທ່າແຮງຂອງປະເທດຊາດ. ແລະ ກໍ່ໃນໂອກາດນີ້, ຄະນະປະຕິບັດງານຈະຈັດຕັ້ງກອງປະຊຸມສຳມະນາ “ການພົວພັນແລກປ່ຽນການຄ້າລະຫວ່າງ ວິສາຫະກິດ ຫວຽດນາມ -ອາຟະລິກາໃຕ້” ຢູ່ນະຄອນ Cape Town ໃນວັນທີ 27 ມິຖຸນາ, ເຮັດວຽກກັບບັນດານັກນຳເຂົ້າ ແລະ ລະບົບຮ້ານສັບພະສິນຄ້າ, ລະບົບຈຳໜ່າຍໃຫຍ່ທີ່ສຸດ ຂອງ ອາຟະລິກາໃຕ້ ຄື Advance Cash & Carry ເພື່ອໃຫ້ບັນດາວິສາຫະກິດກຳໄດ້ບັນດາຄວາມຮຽກຮ້ອງຕ້ອງການໃນເລື່ອງນຳເຂົ້າ ແລະ ຈຳໜ່າຍສິນຄ້າເຂົ້າໃນບັນດາລະບົບ ຮ້ານສັບພະສິນຄ້າຢູ່ ອາຟະລິກາໃຕ້ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ