ວິ​ສາ​ຫະ​ກິດ ຫວຽດ​ນາມ - ອິດ​ສະ​ຣາ​ແອັນ ມີ​ຫຼາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ

(VOVWORLD) - ຕອນເຊົ້າວັນທີ 15 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດເວທີປາໄສເສດຖະກິດ ແລະ ການແລກປ່ຽນການຄ້າວິສາຫະກິດ ຫວຽດນາມ - ອິດສະຣາແອັນ.
ວິ​ສາ​ຫະ​ກິດ ຫວຽດ​ນາມ - ອິດ​ສະ​ຣາ​ແອັນ ມີ​ຫຼາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ - ảnh 1ທ່ານ NirBarkat, ລັດຖະມົນຕີກະຊວງເສດຖະກິດ - ອຸດສາຫະກຳ ອິດສະຣາແອັນ  (ພາບ: TTXVN)

ປັດຈຸບັນ, ອິດສະຣາແອັນ ມີ 40 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຈຳນວນເງິນລົງທຶນ 140 ລ້ານ USD. ກ່ຽວກັບດ້ານການຄ້າ, ອິດສະຣາແອັນ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 5 ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ຢູ່ ຕາເວັນອອກກາງ. ທີ່ເວທີປາໄສ, ທ່ານ NirBarkat, ລັດຖະມົນຕີກະຊວງເສດຖະກິດ - ອຸດສາຫະກຳ ອິດສະຣາແອັນ ຖືວ່າ ຫວຽດນາມ ແລະ ອິດສະຣາແອນ ມີຫຼາຍກາລະໂອກາດເພື່ອຮ່ວມມື, ລົງທຶນ, ດຳເນີນທຸລະກິດ. ອິດສະຣາແອັນ ກໍພວມສ້າງກອງທຶນລົງທຶນໃຫ້ບັນດາບໍລິສັດເລີ່ມຕົ້ນທຸລະກິດ ຢູ່ ຫວຽດນາມ. ດັ່ງນັ້ນ, ຫວຽດນາມ ຕ້ອງສ້າງລະບົບນິເວດທີ່ອຳນວຍສະດວກ ເພື່ອໃຫ້ບັນດາວິສາຫະກິດ ອິດສະຣາແອັນ ມີກາລະໂອກາດຮ່ວມມືລົງທຶນ. ວິສາຫະກິດ ອິດສະຣາແອັນ ຖື ຫວຽດນາມ ເປັນປະຕູເຂົ້າເຄື່ອນໄຫວລົງທຶນຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ຫວັງວ່າ ລັດຖະບານ 2 ປະເທດ ຈະເປີດສາຍການບິນຊື່, ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ 2 ຝ່າຍ.

        ສ່ວນທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວັງວ່າ ເວທີປາໄສຄັ້ງນີ້ ຈະເປີດໂອກາດໃຫ້ວິສາຫະກິດ ນະຄອນ ໂຮ່ຈີມິນ ແລະ ອິດສະຣາແອັນຮ່ວມມືລົງທຶນ, ດຳເນີນທຸລະກິດ. ອຳນາດການປົກຄອງນະຄອນ ຍາມໃດກໍສ້າງເງື່ອນໄຂສະດວກ, ເພື່ອຊຸກຍູ້ການຮ່ວມມືລົງທຶນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ