ວິສາຫະກິດກ່ວາ 100 ແຫ່ງຂອງຍີ່ປຸ່ນຊອກຫາກາລະໂອກາດລົງທຶນເຂົ້າແຂວງ ເກິນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງ

(VOVWORLD) - ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ຕາງໜ້າ 120 ຄົນທີ່ຕາງໜ້າໃຫ້ວິສາຫະກິດຂອງ ຍີ່ປຸ່ນ 100 ແຫ່ງມາຊອກຫາກາລະໂອກາດຮ່ວມມື...

ລາຍການພົບປະແລກປ່ຽນວັດທະນະທຳ - ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 4 ພວມດຳເນີນໄປຢູ່ນະຄອນ ເກິນເທີ ແລະ ບາງແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ຕາງໜ້າ 120 ຄົນທີ່ຕາງໜ້າໃຫ້ວິສາຫະກິດຂອງ ຍີ່ປຸ່ນ 100 ແຫ່ງມາຊອກຫາກາລະໂອກາດຮ່ວມມື, ລົງທຶນເຂົ້າບັນດາຂົງເຂດກະສິກຳ, ອຸດສາຫະກຳ, logistics ຂອງ ເກິນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງ. ທ່ານ ຫງວຽນເຟືອງລາມ, ຮອງຫົວໜ້າຫ້ອງການຮັບຜິດຊອບ VCCI ເກິນເທີ, ໃຫ້ຮູ້ວ່າ:

        “ໃນຄະນະຜູ້ແທນວິສາຫະກິດຄັ້ງນີ້ ມີຂະແໜງຄືການກໍ່ສ້າງ, ຄົມມະນາຄົມ, ທີ່ປຶກສາດ້ານການເງິນ… ເຂົາເຈົ້າລ້ວນແຕ່ມາຊອກຮູ້ກ່ຽວກັບຕະຫຼາດໃຫມ່, ສຳລັບເຂົາເຈົ້າແລ້ວ, ທີ່ນີ້ແມ່ນຕະຫຼາດໃໝ່ອ່ຽມ. ພວກເຮົາມານະພະຍາຍາມເຮັດແນວໃດເພື່ອໃຫ້ເຂົາເຈົ້າເຫັນໄດ້ຄວາມສາມາດບົ່ມຊ້ອນຂອງເຂດທົ່ງພຽງແມ່ນ້ຳຂອງ ດ້ວຍຈຳນວນປະຊາກອນ 17 ລ້ານຄົນ, ກຳລັງໃຊ້ສອຍອັນໃຫຍ່ຫຼວງເຊິ່ງນັບແຕ່ກ່ອນມານີ້ມີວິສາຫະກິດ ຍີ່ປຸ່ນ ຫຼາຍແຫ່ງຍັງບໍ່ທັນຮູ້ຈັກເຖິງເຂດທົ່ງພຽງແມ່ນ້ຳຂອງເທື່ອ.”

ຕອບກັບ

ຂ່າວ/ບົດ​ອື່ນ