(vovworld) – ວິສາຫະກິດມຸ່ງໄປເຖິງບັນດາສັນຍາການຄ້າໃໝ່, ນີ້ແມ່ນຫົວຂໍ້ຂອງເວທີປາໄສວິສາຫະກິດປະຈຳປີ (VBF) 2014, ຊຶ່ງດຳເນີນໄປໃນຕອນເຊົ້າວັນທີ 02/12, ຢູ່ຮ່າໂນ້ຍ. ນີ້ແມ່ນໂອກາດດຳເນີນການເຈລະຈາຢ່າງເປັນທາງການລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດຢູ່ຫວຽດນາມ, ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ດຶງດູດການລົງທຶນ ແລະ ສົ່ງເສີມການເຕີບໂຕດ້ານເສດຖະກິດ. ທີ່ເວທີປາໄສ, ບັນດາຜູ້ແທນທີ່ມາຈາກບັນດາກະຊວງ, ຂະແໜງການຂອງຫວຽດນາມ ແລະ ບັນດາສະຫະສະມາຄົມວິສາຫະກິດຕ່າງປະເທດພ້ອງກັນປຶກສາຫາລື 6 ເນື້ອໃນຕົ້ນຕໍ່ຄື: ບັນຫາໜີ້ສາທາລະນະ, ໜີ້ເສຍໃນຂົງເຂດການເງິນ; ມາດຕະການເພື່ອຊຸກຍູ້ການພັດທະນາພາກເອກະຊົນ…
ທ່ານນາງ Wendy Werner, ຜູ້ອຳນວຍການພາກສ່ວນການຄ້າ ແລະ ແກ່ງແຍ່ງ, ພາກພື້ນອາຊີ - ປາຊີຟິກ ໄດ້ຖືວ່າ.
“ຫວຽດນາມ ສາມາດກໍ່ສ້າງຖັນແຖວບັນດານັກທຸລະກິດ, ວິສາຫະກິດລະດັບໂລກ. ເຂົາເຈົ້າຈະແມ່ນບັນດາເຈົ້າຂອງວິສາຫະກິດບັນລຸຜົນສຳເລັດ, ສ້າງວຽກເຮັດງານທຳ, ເປີດບັນດາຕະຫຼາດໃໝ່ ແລະ ແກ່ງແຍ່ງທີ່ຕະຫຼາດສາກົນ. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ຫວຽດນາມ ຕ້ອງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງຕົນ ຜ່ານການຍົກສູງລັກສະນະກະຈ່າງແຈ້ງ ກໍ່ຄືການຄາດຄະເນລ່ວງໜ້າ. ບັນດາຄາດໝາຍທີ່ໄດ້ວາງອອກໃນມະຕິເລກທີ 19 ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນແມ່ນບັນດາບາດກ້າວສຳຄັນຍິ່ງ”.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ຮັບຮູ້ບັນດາຄຳເຫັນຢ່າງແທດຈິງ, ມີລັກສະນະສ້າງສາຂອງບັນດາຜູ້ແທນທີ່ເຂົ້າຮ່ວມ, ທ່ານນາຍົກລັດຖະມົນຕີ ຖືວ່າ ນີ້ແມ່ນພື້ນຖານເພື່ອໃຫ້ລັດຖະບານ ສືບຕໍ່ຮັບຮອງ, ປັບປຸງ, ເພີ່ມເຕີມ, ສ້າງສຳເລັດບັນດາກົນໄກ, ນະໂຍບາຍ ເພື່ອສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຄົມວິສາຫະກິດພັດທະນາ. ເພື່ອປະຕິບັດບັນດາຄາດໝາຍທີ່ໄດ້ວາງອອກໃຫ້ໄດ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ຮູ້ວ່າ:
“ລັດຖະບານຫວຽດນາມ ສຸມໃສ່ຊີ້ນຳການຄຸ້ມຄອງເພື່ອສຳເລັດກົນໄກເສດຖະກິດການຕະຫຼາດ. ພວກຂ້າພະເຈົ້າຖືນີ້ແມ່ນຂອດບຸກທະລຸຍຸດທະສາດທີ່ມີຄວາມໝາຍຕັດສິນຊີ້ຂາດ. ຫວຽດນາມ ສຸມໃສ່ປະຕິຮູບກົດລະບຽບດ້ານກົດໝາຍ, ລະບຽບການບໍລິຫານ, ພັດທະນາບັນດາຮູບແບບຕະຫຼາດຄື ຕະຫຼາດທຶນ, ຕະຫຼາດເງິນຕາ, ຕະຫຼາດແຮງງານ… ພ້ອມກັນນັ້ນ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ວິສາຫະກິດພັດທະນາ ເພື່ອຍົກສູງສະມັດຕະພາບການອອກແຮງງານ, ກຳລັງແກ່ງແຍ່ງ, ປະຕິຮູບສະພາບແວດລ້ອມດຳເນີນທຸລະກິດ. ພວກຂ້າພະເຈົ້າຈະປະຕິບັດລັກສະນະເປີດເຜີຍ ກະຈ່າງແຈ້ງ ຕາມທິດເສດຖະກິດການຕະຫຼາດ ແລະ ລັດແຫ່ງອຳນາດນິຕິບັດຍັດ”.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກໍ່ປາດຖະໜາວ່າ ຈະໄດ້ຮັບຄຳເຫັນປະກອບເປັນປະຈຳ ຈາກບັນດາກຸ່ມບໍລິສັດ, ວິສາຫະກິດ, ອົງການຈັດຕັ້ງສາກົນ ກ່ຽວກັບບັນດາບັນຫາເຊິ່ງ ຫວດຽດນາມ ຕ້ອງສຸມໃສ່ປະຕິຮູບ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຫຼາຍກວ່າ, ພ້ອມທັງປະກອບສ່ວນພັດທະນາພື້ນຖານເສດຖະກິດຫວຽດນາມ ຢ່າງມີປະສິດທິຜົນ, ໝັ້ນຄົງໃນສະພາບການຄືປະຈຸບັນ.