ພາບປະກອບ
(vovworld) – ຜູ້ລ້ຽງປາຈາ ແລະ ບັນດາວິສາຫະກິດຜະລິດ, ສົ່ງອອກປາຈາຫວຽດນາມ ພວມສະແດງຄວາມຄັດຄ້ານຕໍ່ເລື່ອງກະຊວງການຄ້າອາເມລິກາ (DOC) ຈັດວາງອັດຕາພາສີຕ້ານການຂາຍບຸບລາຄາສູງທົບ 70 ເທົ່າ ເມື່ອທຽບໃສ່ອັດຕາພາສີກ່ອນນີ້ ສຳລັບຜະລິດຕະພັນປາຈາແຊເຢັນທີ່ນຳເຂົ້າຈາກຫວຽດນາມ. ທ່ານ ຈິ້ງບ໋າຮ່ວາງ, ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນການຄ້າສິນໃນນ້ຳ (ICF), ໃຫ້ຮູ້ວ່າ:
“ບັນດາວິສາຫະກິດຫວຽດນາມ ທີ່ສົ່ງອອກປາເຂົ້າຕະຫຼາດອາເມລິກາ, ມີຄວາມວິຕົກກັງວົນທີ່ສຸດຕໍ່ບັນຫາອັດຕາພາສີຕ້ານຂາຍບຸບລາຄາ. ສິ່ງດັ່ງກ່າວເຮັດໃຫ້ວິສາຫະກິດບໍ່ອູ່ນອ່ຽນໃຈທຳການຜະລິດ“.
ສະຫະສະມາຄົມຜະລິດປູງແຕ່ງ ແລະ ສົ່ງອອກປາຈາຫວຽດນາມ, ໃຫ້ຮູ້ວ່າອັດຕາພາສີໃໝ່ຈະກໍ່ຄວາມເສຍຫາຍໃຫ້ບັນດາວິສາຫະກິດນັບລ້ານ USD/ປີ. ທ່ານ ເຈືອງດິ່ງແຮ່ (Truong Dinh Hoe), ເລຂາທິການໃຫຍ່ສະຫະສະມາຄົມຜະລິດປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ, ຢືນຢັນວ່າ:
“ເລື່ອງກະຊວງການຄ້າອາເມລິກາ ຕັດສິນຕ້ານຂາຍບຸບລາຄາສຳລັບຜະລິດຕະພັນປາຈາຂອງຫວຽດນາມ ນັ້ນ ແມ່ນວຽກງານທີ່ໄຮ້ເຫດຜົນ. ກ່ອນນີ້ 6 ເດືອນ, ກະຊວງການຄ້າອາເມລິກາ ໄດ້ຮັບຮອງວ່າ ຫວຽດນາມ ບໍ່ຂາຍບຸບລາຄາ, ແລະ ເລືອກເຟັ້ນ ບັງກຼາເທດ ແມ່ນປະເທດທີ່ເປັນພື້ນຖານເພື່ອຄິດໄລ່ອັດຕາພາສີ, ແຕ່ປະຈຸບັນພັດເລືອກເຟັ້ນປະເທດອິນໂດເນເຊຍ ໂດຍບັງເອີນ. ບັນດາຂໍ້ມູນຂອງຂະແໜງລ້ຽງປາຈາອິນໂດເນເຊຍ ບໍ່ເໝາະສົມກັບເງື່ອນໄຂລ້ຽງປາຈາ ແລະ ສົ່ງອອກປາຈາ, ອັນໄດ້ເຮັດໃຫ້ການຈັດວາງອັດຕາພາສີສຳລັບບັນດາວິສາຫະກິດຫວຽດນາມ ສູງໂພດ, ກໍ່ຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດສົ່ງອອກຂອງຫວຽດນາມ, ດ້ວຍອັດຕາພາສີຄືແນວນີ້, ວິສາຫະກິດຫຼາຍແຫ່ງຈະບໍ່ສາມາດສົ່ງອອກໄດ້“.
ທ່ານ ເຈືອງດິ່ງແຮ່ (Truong Dinh Hoe) ກໍ່ໃຫ້ຮູ້ວ່າ, ສະຫະສະມາຄົມໄດ້ຊີ້ນຳໃຫ້ບັນດາວິສາຫະກິດສົ່ງອອກ ທີ່ນອນໃນບັນຊີລາຍຊື່ຖືກຈັດວາງອັດຕາພາສີ ພ້ອມກັບທະນາຄວາມກວດຄືນຂໍ້ມູນ ເພື່ອກະກຽມສຳເນົາເອກະສານ, ຫຼັກຖານ ແນໃສ່ຮ້ອງຟ້ອງຂຶ້ນສານການຄ້າສາກົນອາເມລິກາ.