ວິສາຫະກິດຫວຽດນາມຫລາຍແຫ່ງເປີດກ້ວາງການເຄື່ອນໄຫວຢູ່ຕ່າງປະເທດແລະດຳເນີນທຸລະກິດຢ່າງສຳເລັດຜົນ
ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວູຮຸຍຮ່ວາງ
(ພາບ: baomoi.com)
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປະກາດເອກະລາດສາທາລະນະລັດ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ, ຕອນເຊົ້າວັນທີ 9/8, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວູຮຸຍຮ່ວາງ ມີການໂອ້ລົມສົນທະນາກັບບັນດາວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວ ແລະ ດຳເນີນທຸລະກິດໃນຫລາຍຂົງເຂດຢູ່ ສິງກະໂປ ຢ່າງສຳເລັດຜົນ. ທ່ີການໂອ້ລົມສົນທະນາ ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ຕີລາຄາສູງການເປັນເຈົ້າການ, ຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງ ແລະ ມີໄຫວພິກຂອງວິສາຫະກິດ, ໃນສະພາວະຫັນເປັນໂລກາພິວັດ, ເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະ ສາກົນ, ໄດ້ບືນຕົວອອກສູ່ຕ່າງປະເທດ, ລົງທຶນດຳເນີນທຸລະກິດຢູ່ ສິງກະໂປ ຊຶ່ງແມ່ນໜຶ່ງໃນບັນດາສູນການຄ້າ, ການເງິນ, ທະນາຄານ ແລະ ການບໍລິການຂອງພາກພື້ນ ແລະ ສາກົນ. ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງບັນດາວິສາຫະກິດທີ່ບັນລຸໄດ້ໃນໄລຍະຜ່ານມາ, ປະກອບສ່ວນໂຄສະນາເຜີຍແຜ່ພາບພົດ ຫວຽດນາມ ຢູ່ ສິງກະໂປ ກໍຄືປະເທດຕ່າງໆໃນພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ, ພ້ອມທັງ ປະກອບສ່ວນເຂົ້າໃນຜົນງານລວມຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສິງກະໂປ, ພິເສດໃນຂົງເຂດເສດຖະກິດ - ການຄ້າ. ທ່ານລັດຖະມົນຕີ ຫວູຮຸຍຮ່ວາງ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ມີນະໂຍບາຍໜູນຊ່ວຍວິສາຫະກິດພາຍໃນປະເທດກໍຄືວິສາຫະກິດລົງທຶນດຳເນີນທຸລະກິດຢູ່ຕ່າງປະເທດ ເພື່ອໃຫ້ບັນດາວິສາຫະກິດສາມາດພັດທະນາ ແລະ ກຳແໜ້ນກາລະໂອກາດ ໂດຍການເຊື່ອມໂຍງເສດຖະກິດນຳມາໃຫ້.