ວິສາຫະກິດອົດສະຕາລີຢູ່ອາຊຽນຖືຫວຽດນາມແມ່ນສະຖານທີ່ສະດວກເພື່ອເປີດກວ້າງການດຳເນີນທຸລະກິດ

(VOVWORLD) -ການຟື້ນຕົວຂອງຫວຽດນາມ ກໍ່ໄດ້ເນັ້ນໜັກເຖິງໃນການສຳຫຼວດຂອງ AustCham, ເມື່ອຫວຽດນາມ ໄດ້ຮັບຖືວ່າ ແມ່ນສະຖານທີ່ສະດວກທີ່ສຸດເພື່ອເປີດກວ້າງການດຳເນີນທຸລະກີດ

ເຖິງວ່າການຮ່ວມມືຂ້າມຊາຍແດນໃນການຮັບມືກັບໂລກລະບາດໂຄວິດ-19 ຍັງບໍ່ທັນຫຼາຍ, ແຕ່ບັນດາວິສາຫະກິດອົດສະຕາລີຢູ່ອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ມີຄວາມເຊື່ອໝັ້ນຕໍ່ການເຊື່ອມໂຍງເສດຖະກິດຢູ່ພາກພື້ນນີ້. ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Sydney ໄດ້ຄັດສະເໜີໝາກຜົນການສຳຫຼວດຫວ່າງມໍ່ໆມານີ້ຂອງຫ້ອງການການຄ້າອົດສະຕາລີ (AustCham) ໂດຍຊີ້ໃຫ້ເຫັນວ່າ, 47% ວິສຫາກິດຂອງປະເທດນີ້ຖືວ່າ, ການເຊື່ອມໂຍງຂອງອາຊຽນ ໄດ້ສ້າງເງື່ອນໄຂທີດີໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດ.

ການຟື້ນຕົວຂອງຫວຽດນາມ ກໍ່ໄດ້ເນັ້ນໜັກເຖິງໃນການສຳຫຼວດຂອງ AustCham, ເມື່ອຫວຽດນາມ ໄດ້ຮັບຖືວ່າ ແມ່ນສະຖານທີ່ສະດວກທີ່ສຸດເພື່ອເປີດກວ້າງການດຳເນີນທຸລະກີດ, ລື່ນກາຍຟີລິບປິນ ແລະ ມຽນມາ ໃນຊຸມປີມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ