ວິສາຫະກິດແບນຊິກ ພ້ອມແລ້ວທີ່ຈະໜູນຊ່ວຍວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ

(VOVWORLD) -ທ່ານລັດຖະມົນຕີໄດ້ຮັບຮອງເອົາຂໍ້ສະເໜີຂອງບັນດາວິສາຫະກິດ ແລະ ເຫັນດີສະໜັບສະໜູນເລື່ອງເປີດການເຄື່ອນໄຫວຜະລິດຢູ່ຫວຽດນາມ ຄືນໃໝ່
ວິສາຫະກິດແບນຊິກ ພ້ອມແລ້ວທີ່ຈະໜູນຊ່ວຍວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳການການຄ້າ ຫງວຽນຮົ່ງຢຽນ ຕ້ອນຮັບຜູ້ຕາງໜ້າ FESI
(ພາບ: quochoi.vn)

ວັນທີ 09 ກັນຍາ, ທີ່ການຕ້ອນຮັບທ່ານ Jerome Pero, ທ່ານເລຂານຸການໃຫຍ່ສະຫະສະມາຄົມເຄື່ອງກິລາເອີລົບ (FESI) ແລະ ຜູ້ຕາງໜ້າກຸ່ມບໍລິສັດ Nike ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການການຄ້າຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຂໍ້ສັງເກດວ່າ FESI ແລະ Nike ແມ່ນບັນດາຄູ່ຮ່ວມມືຮ່ວມເດີນທາງພ້ອມກັບບັນດາຂະແໜງຜະລິດ ແລະ ສົ່ງອອກເຄື່ອງກິລາ ແລະ ເກີບໜັງຂອງຫວຽດນາມ ມາເປັນຫຼາຍປີແລ້ວ. ທ່ານລັດຖະມົນຕີໄດ້ຮັບຮອງເອົາຂໍ້ສະເໜີຂອງບັນດາວິສາຫະກິດ ແລະ ເຫັນດີສະໜັບສະໜູນເລື່ອງເປີດການເຄື່ອນໄຫວຜະລິດຢູ່ຫວຽດນາມ ຄືນໃໝ່ ແລະ ຫວັງວ່າ FESI ແລະ Nike ຈະມີສຽງເວົ້າຕໍ່ກັບ ອີຢູ ແລະ ອຳນາດການປົກຄອງອາເມລິກາ ເພື່ອສ້າງເງື່ອນໄຂໃຫ້ຫວຽດນາມ ສຳຜັດກັບແຫຼ່ງວັກຊິນຜ່ານກົນໄກ COVAX ຫຼື ດ້ານການຄ້າໂດຍໄວ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ເຮັດວຽກກັບກຸ່ມບໍລິສັດ Univercells, ແລກປ່ຽນກ່ຽວກັບບັນດາໂຄງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ກຸ່ມບໍລິສັດໃນບັນດາບັນຫາສຳຜັດກັບເຕັກໂນໂລຊີຄົ້ນຄວ້າ ແລະ ຜະລິດວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ