ວິສາຫະກິດແມ່ນໃຈກາງໜູນຊ່ວຍການເຂົ້າຮ່ວມຂອງການປະຕິວັດ 4.0

(VOVWORLD) -ວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດການປະຊຸມປະຈຳ ໄຕມາດທີ 1 ປີ 2018.

ວິສາຫະກິດແມ່ນໃຈກາງໜູນຊ່ວຍການເຂົ້າຮ່ວມຂອງການປະຕິວັດ 4.0 - ảnh 1 ການປະຊຸມຂ່າວ

(ພາບ: nhandan.com.vn)

ທີ່ການປະຊຸມຂ່າວ, ເນື້ອໃນໄດ້ຮັບຄວາມສົນໃຈທີ່ສຸດແມ່ນເລື່ອງ ໃນບົດລາຍງານສະບັບໜຶ່ງຫວ່າງແລ້ວນີ້ກ່ຽວກັບລະດັບກຽມພ້ອມໃຫ້ແກ່ພື້ນຖານການຜະລິດໃນອະນາຄົດ “Readiness for the Future of Production Report 2018” ໂດຍເວທີປາໄສເສດຖະກິດໂລກ (WEF) ຫາກໍ່ປະກາດ, ໃນຈຳນວນ 100 ປະເທດໄດ້ຮັບການຕີລາຄາ, ຫວຽດນາມ ນອນໃນກຸ່ມບັນດາປະເທດຍັງບໍ່ທັນກຽມພ້ອມໃຫ້ແກ່ການປະວິວັດອຸດສາຫະກຳຄັ້ງທີ 4 ເທື່ອ.

      ຄັດຄ້ານກ່ຽວກັບຂໍ້ມູນຂ່າວດັ່ງກ່າວ, ທ່ານ ດ່າມແບັກເຢືອງ, ຫົວໜ້າກົມເຕັກໂນໂລຊີສູງ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີ ຖືວ່າ, ບໍ່ສາມາດຖືເອົາບົດລາຍງານຂອງ WEF ມາເປັນໄມ້ຫຼາວັດແທກຢ່າງຊັດເຈນໃຫ້ແກ່ເລື່ອງຫວຽດນາມ ໄດ້ກຽມພ້ອມໃຫ້ແກ່ການປະຕິວັດອຸດສາຫະກຳ 4.0 ຫຼື ບໍ່ ແລະ ຮຽກຮ້ອງໃຫ້ສື່ມວນຊົນຕ້ອງມີການສັງເກດຢ່າງຊັດເຈນກວ່າກ່ຽວກັບບັນຫານີ້.

      ກ່ຽວກັບເລື່ອງປະຕິບັດການປະຕິວັດອຸດສາຫະກຳ 4.0 ຢູ່ຫວຽດນາມ, ທ່ານ ດ່າມແບັກເຢືອງ, ໃຫ້ຮູ້ວ່າ.

      “ປະຈຸບັນ, ພວກຂ້າພະເຈົ້າພວມເຮັດວຽກກັບບັນດານັກວິທະຍາສາດ, ບັນດາວິສາຫະກິດ, ບັນດາສະຫະສະມາຄົມ, ກະຊວງ, ຂະແໜງການເພື່ອສ້າງ ແລະ ຄາດວ່າຈະຍື່ນສະເໜີຕໍ່ການນຳກະຊວງ ຫຼັງຈາກນັ້ນຈະລາຍງານຕໍ່ທ່ານນາຍົກລັດຖະມົນຕີ. ປະຈຸບັນໂຄງການພວມມີເນື້ອໃນເສົາຄ້ຳ ຄາດວ່າຈະສຸມໃສ່ເຂົ້າໃນເລື່ອງໜູນຊ່ວຍວິສາຫະກິດໃຫ້ສຳພັດ ແລະ ເຂົ້າຮ່ວມການປະຕິວັດອຸດສາຫະກຳ 4.0 ຢ່າງຕັ້ງໜ້າ. ກຳນົດເອົາວິສາຫະກິດແມ່ນໃຈກາງ, ວິສາຫະກິດແມ່ນແກ່ນສານ”.

ຕອບກັບ

ຂ່າວ/ບົດ​ອື່ນ