ວິ​ຫານ Koh Ker ຂອງ ກຳ​ປູ​ເຈຍ ໄດ້​ຮັບ​ການ​ຮັບ​ຮອງວ່າ ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ

(VOVWORLD) -  ເລື່ອງວິຫານ Koh Ker ຫາກໍ່ໄດ້ຮັບການຮັບຮອງວ່າເປັນມໍລະດົກວັດທະນະທຳໂລກນັ້ນ, ໄລ່ຮອດປັດຈຸບັນ, ກຳປູເຈຍ ມີມໍລະດົກໂລກ 13 ສິ່ງ, ລວມມີມໍລະດົກວັດທະນະທຳໂລກ 4 ແຫ່ງ, ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ 6 ຢ່າງ ແລະ 3 ມໍລະດົກເອກະສານຂຶ້ນກັບໂຄງການອະນຸສອນໂລກ.
ວິ​ຫານ Koh Ker ຂອງ ກຳ​ປູ​ເຈຍ ໄດ້​ຮັບ​ການ​ຮັບ​ຮອງວ່າ ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ - ảnh 1ວິຫານ Koh Ker ຫຼື Chok Gargyar ແມ່ນເຂດວິຫານທີ່ມີມາແຕ່ສະຕະວັດທີ X (ພາບ:phnompenhpost.com)

ວັນທີ 17 ກັນຍາ, ເຂດວິຫານ Koh Ker ຂຶ້ນກັບແຂວງ Preah Vihear ຂອງ ກຳປູເຈຍ ໂດຍຄະນະກຳມະການມໍລະດົກໂລກ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຮັບຮອງວ່າ ເປັນມໍລະດົກວັດທະນະທຳໂລກ ຢ່າງເປັນທາງການ.

        ເລື່ອງວິຫານ Koh Ker ຫາກໍ່ໄດ້ຮັບການຮັບຮອງວ່າເປັນມໍລະດົກວັດທະນະທຳໂລກນັ້ນ, ໄລ່ຮອດປັດຈຸບັນ, ກຳປູເຈຍ ມີມໍລະດົກໂລກ 13 ສິ່ງ, ລວມມີມໍລະດົກວັດທະນະທຳໂລກ 4 ແຫ່ງ, ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ 6 ຢ່າງ ແລະ 3 ມໍລະດົກເອກະສານຂຶ້ນກັບໂຄງການອະນຸສອນໂລກ.

ວິຫານ Koh Ker ຫຼື Chok Gargyar ແມ່ນເຂດວິຫານທີ່ມີມາແຕ່ສະຕະວັດທີ X ແລະ ເປັນເມືອງຫຼວງເກົ່າຂອງ ຈັກກະພັດ ຂະແມ ແຕ່ປາງກອນ, ຕັ້ງຢູ່ບໍລິເວນແຂວງ Preah Vihear, ພາກເໜືອ ກຳປູເຈຍ. ເຂດວິຫານດັ່ງກ່າວ ຕັ້ງຢູ່ໃຈກາງລະຫວ່າງ ມໍລະດົກວັດທະນະທຳໂລກ 3 ແຫ່ງອື່ນອີກຂອງ ກຳປູເຈຍ ຄື Preah Vihear, Angkor Wat ແລະ Sambor Prei Kuk.

ຕອບກັບ

ຂ່າວ/ບົດ​ອື່ນ