ວາງແຜນກຳນົດເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງຮອດປີ2025

ວາງແຜນກຳນົດເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງຮອດປີ2025 - ảnh 1
ງານ​ບຸນ​ວິ​ຫານ​ຮຸ່ງ
ພາບ:vtc.vn


(vovworld)- ​ ແຂວງ ຟູ​ທ​ໍ້ ຫາ​ກໍ​ປະ​ກາດ​ການ​ວາງ​ແຜນ​ກຳ​ນົດ​ອ​ະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປ​ະ​ຫວັດ​ສາດ ວິ​ຫານ​ຮຸ່ງ ຮອດ​ປີ 2025 ດ້ວຍ​ຈຸດ​ໝາຍກໍ່​ສ້າງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ໃຫ້​ສົມ​ກັບ​ລະ​ດັບ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່​ງ​ຊາດ ພິ​ເສດ ສຳ​ຄັນ​ອັນ​ດັບ​ຫນຶ່ງ​ຢູ່ ຫວຽດ​ນາມ, ນຳ​ເຂດນີ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັນ​ດູດ​ດື່ມ, ສຳ​ຄັນ​ກວ່າ​ໝູ່​ຢູ່​ແຂວງ ຟູ​ທ​ໍ້. ຕາມ​ການ​ວາງ​ແຜນ​ກຳ​ນົດ​ແລ້ວ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວິ​ຫານ​ຮຸ່ງ ມີ​ເນື້ອ​ທີ່ 845 ເຮັກ​ຕາ ລວມ​ມີ 2 ເຂດ​ຕົ້ນ​ຕໍ. ແຂວງ ຟູ​ທ​ໍ້ ຈະ​ສະ​ຫງວ​ນ​ຈຳ​ນວນ​ເງິນ 4.500 ຕື້​ດົງ ເພື່ອ​ລົງ​ທຶນ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວິ​ຫານ​ຮຸ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ