ວາລະປະຊຸມຄັ້ງທີ 9 ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ

ວາລະປະຊຸມຄັ້ງທີ 9 ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 8 ຂອງ​ກຳມາທິການ​ປ້ອງ​ກັນຊາ​ດ
ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ
(ພາບ: qdnd.vn)


(vovworld) -  ຕອນ​ເຊົ້າ​ວັນ​ທີ 18/05, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດວາລະ​ປະຊຸມ​ຄັ້ງ​ທີ 9. ​ເພື່ອ​ສຸມ​ໃສ່​ພິຈາລະນາ​ເນື້ອ​ໃນ​ບົດ​ລາຍ​ງານໝາກຜົ​ນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ປ້ອ​ງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຕາມ​ມະຕິ​ 31 ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາບ​ການ​ນຳ​​ໃຊ້​ງົບປະມາ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ນັບ​ແຕ່ພາຍ​ຫຼັງ​ກອງ​ປະຊຸມ​​ເທື່ອທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຮອດ​ທ້າຍ​ປີ 2012 ​ແລະ ຊຸມ​ເກືອ​ນຕົ້ນ​ປີ 2013. ທີ່ວາລະ​ປະຊຸມນີ້, ບັນດາ​ສະມາຊິກ​ ກຳມາທິການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ກໍ​ພິຈາລະນາ​ບົດ​ລາຍງານ​ຂອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ຮັບປະກັນ​ຄວາມ​ເປັຮລະບຽບ​ຮຽບຮ້ອຍຄວາມ​ປອດ​ໄພ​ທາງ​ຄົມ​ນະ​ນາ​ຄົມ ນັ​ບ​ແຕ່ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ມາຮອດ​ປະຈຸ​ບັນ; ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍງານ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ ກຳມາທິການ​ນັບ​ແຕ່​ກອງ​ປະຊຸມ​​ສະ​ໄໝ​ສາມັນເທື່ອ​ທີ 4 ຮອດ​ກອງ​ປະຊຸມ​ເທື່ອທີ 5 ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ແລະ ສະພາບ​ການ​ນ​ຳ​ໃຊ້​ງົບປະ​ມານ​ຂອງ​​ກຳມາທິການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ນັບແຕ່​ຕົ້ນ​ປີ 2013 ມາ​ຮອດ​ປະຈຸ​ບັນ.
ຂ່າວ/ບົດ​ອື່ນ