ວາລະປະຊຸມຄົບຄະນະຄັ້ງທີ 6, ກຳມາທິການກົດໝາຍສະພາແຫ່ງຊາດ

ວາລະປະຊຸມຄົບຄະນະຄັ້ງທີ 6, ກຳມາທິການກົດໝາຍສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) -  ວັນ​ທີ 28/9, ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໃນ​ມື້​ເຮັດ​ວຽກ​ທີ 2 ຂອງ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6, ກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ປັບ​ໄໝ​ກໍລະນີລະ​ເມີດດ້ານ​ບໍລິຫານ​ໃນ​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ (​ໄລຍະ 2009-2011) ​ແລະ​ບົດ​ລາຍ​ງານ​ວຽກ​ງານ​ແກ້​ໄຂ​ຄຳຟ້ອງ​ຮ້ອງ, ກ່າວ​ຟ້ອງ​ຂອງ​ລັດຖະບານ​ປີ 2012. ກ່ຽວ​ກັບ​ວຽກ​ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ປັບ​ໄໝ​ກໍລະນີ​ລະ​ເມີດດ້ານ​ບໍລິຫານ​ໃນ​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ, ສະມາຊິກ​ສະພາ​ແຫ່ງ​ຊາດ ຫຼາຍ​ທ່ານ​ຖື​ວ່າ​ລະດັບ​ປັບ​ໄໝ​ລົງ​ໂທດ​ໃນ​ປະຈຸ​ບັນ​ແມ່ນ​ເໝາະ​ສົມ, ​ແຕ່​ກໍ່​ສະ​ເໜີ​ລັດຖະບານ ​ແລະ​ຂະ​ແໜງ​ທີ່​ກ່ຽວຂ້ອງ​ຄວນ​ເພີ່ມ​ທະວີ​ພາຫະນະ​ອຸປະກອນ ​ເພື່ອ​ຄົ້ນ​ພົບ ​ແລະ ປັບ​ໄໝ​ລົງ​ໂທດ​ບັນດາ​ກໍລະນີ​ລະ​ເມີດ​ໃຫ້​ຫຼາຍ​ກວ່າ. ສ່ວນທ່ານ Tran Tien Dung, ຮອງ​ຫົວໜ້າ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ແຂວງ ຮ່າ​ຕິ້ງ​ ເວົ້າ​ວ່າ:

        ”ຄວາມ​ຈິ່ງ​ແລ້ວ, ຄວາມ​ຮັບຜິດຊອບ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ແມ່ນ​ບໍ່​ທັນ​ສູງ, ສ່ວນ​ຫຼາຍ​ແມ່ນ​ປະ​ໃຫ້​ບັນດາ​ກຳລັງ​ມີ​ບົດບາດໜ້າ​ທີ່​ຮັບຜິດຊອບ. ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຄຸ້ມ​ຄອງ​ຄົມ​ມະ​ນາ​ຄົມ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ລາດ​ຕາ​ເວັນ, ກວດກາ, ​ເມື່ອຄົ້ນ​ພົບ​ກໍລະນີລະ​ເມີດ​ ຖ້າ​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ​ຕົນ​ແມ່ນ​ຕ້ອງ​ປັບ​ໄໝ​ລົງ​ໂທດ​ໃນ​ທັນທີ, ຖ້າ​ບໍ່​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ​ຕົນ​ກໍ່​ຕ້ອງ​ສະໜອງ​ຂໍ້​ມູນ​ໃຫ້​ພາກສ່ວນ​ອື່ນໆ​ແກ້​ໄຂ. ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶ່ງ​ມີ​ປະສິດທິ​ຜົນ”

ຂ່າວ/ບົດ​ອື່ນ