ວາລະປະຊຸມຄົບຄະນະຄັ້ງທີ 8 ຄະນະຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ວາລະປະຊຸມຄົບຄະນະຄັ້ງທີ 8 ຄະນະຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ລັດຖະທຳ​ມະນູນ​ປີ 1992


(vovworld)- ຕອນ​ເຊົ້າ​ວັນ​ທີ 7/9 ຢູ່ ຮ່າ​ໂນ້ຍ, ຄະນະ​​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 8 ​ເພື່ອ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນປີ 1992 ​ສະບັບ​ປັບປຸງ ກ່ອນ​ທີ່​ຍື່ນ​ສະ​ເຫ​ນີຕໍ່​ກົມ​ການ​ເມືອງ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ, ປະທານ​ຄະນະ​ຮຽບຮຽງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ເປັນ​ປະທານ​ວາລະປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢືນຢັນ​ວ່າ: ວິວັດ​ການ ສ້າງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບ​ປຸງ ​​ໄດ້​ຮັບ​ຄຳ​ເຫັນປະກອບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ເປັນ​ຈຳນວນ​ຫລວງຫລາຍ ຈາກ​ປະຊາຊົນ, ນັກວິທະຍາ​ສາດ, ຜູ້​ຊ່ຽວຊານ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ເນັ້ນ​ຫນັກ​ວ່າ: ລັດຖະທຳ​ມະນູນ​ແມ່ນ​ກົດໝາຍ​ສຳຄັນ ສະ​ນັ້ນ ຄະນະ​​ຮຽບຮຽງ​ ຈະ​ສືບ​ຕໍ່​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ, ສສຊ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເຫ​ນີ: ບັນດາ​ສະມາຊິກ​ໃນ​ຄະນະຮຽບຮຽງ ​ໃຫ້​ຄຳ​ເຫັນ​ດ້ວຍ​ລາຍ​ລັກ​ອັກສອນ, ສຸມ​ໃສ່​ເຂົ້າ​ບັນ​ດາ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ ກໍ​ຄື​ສືບ​ຕໍ່​ໃຫ້​ຄຳ​ເຫັນ​ໃສ່​ບັນດາ​ມາດ​ຕາ, ກ້າວ​ໄປ​ເຖິງ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ກ່ອນ​ທີ່​ຍື່ນ​ສະ​ເຫ​ນີຕໍ່​ກົມ​ການ​ເມືອງ ​ແລະ ສູນ​ກາງ ​ໃນ​ກອງ​ປະ​ຊຸມ​ຄັ້ງ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ