ວາລະປະຊຸມຄົບຄະນະຄັ້ງທີ21ຂອງກຳມາທິການຍຸຕິທຳ

ວາລະປະຊຸມຄົບຄະນະຄັ້ງທີ21ຂອງກຳມາທິການຍຸຕິທຳ - ảnh 1
(ພາບປະກອບ: TTXVN)

(vovworld) – ວາລະ​ປະຊຸມ​ກະກຽ​ມ​ບັນ​ດາ​ເນື້ອ​ໃນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ດຳ​ເນີນ​ໄປ​​ໃນ​ເດືອນ 09 ນີ້ ​ແລະ ​ກອງ​ປະ​ຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 09/09, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ຫົວ​ໜ້າ​ກຳມາທິການ​ຍຸຕິ​ທຳ ຫງວຽນ​ວັນ​ຮ້ຽນ, ​ໃຫ້​ຮູ​້ວ່າ, ຄະນະກຳມະາທິການ​ຍຸຕິ​ທຳ ຈະ​ກວດກາ​ບັນດາ​ເນື້ອ​ໃນ​ຄື: ບົດ​ລາຍ​ງານ​ຂອງລັດຖະບານ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ສະກັດ​ກັ້ນ ຕ້ານ​ການ​ລະ​ເມີດ​ກົດໝາຍ ​ແລະ ອາດຊະ​ຍາ​ກຳ ປີ 2015; ບົດ​ລາຍງານ​ຂອງ​ຫົວໜ້າ​ສະຖານ​ບັນ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ປະທານ​ສານ​ປະຊາຊົນ​ສູງ​ສຸດ ກ່ຽວ​ກັບ​ວຽກ​ງາ​ນຂອງ​ຂະ​ແໜງ ​ແລະ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຮ້ອງທຸກ, ຮ້ອງ​ຟ້ອ​ງຂອງຂະ​ແໜງ​ໃນ​ປີ 2015; ບົດ​ລາ​ຍງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ຕັດ​ສິນ​ຂອງ​ສານ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ປີ 2015…

ຂ່າວ/ບົດ​ອື່ນ