ວາລະປະຊຸມທີ 27 ຂອງ ຄະນະປະຈຳສະພາ ແຫ່ງຊາດຊຸດທີ 13
ວາລະປະຊຸມຄັ້ງ 1 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: http://news.go.vn)
(vovworld)- ວາລະປະຊຸມທີ 27 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 14/4 ຢູ່ຮ່າໂນ້ຍ ແລະ ຈະດຳເນີນໃນເວລາ 10 ວັນ (ຄືແຕ່ວັນທີ 14-24/4) ເພື່ອສຸມໃສ່ປຶກສາຫາລືບັນດາບັນຫາສຳຄັນໃນວຽກງານສ້າງກົດໝາຍ ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຊື່ງຈະຈັດຂຶ້ນໃນເດືອນ 5/2014 ຈະມາເຖິງ.
ຄາດວ່າ, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນກ່ຽວກັບບັນດາເນື້ອໃນ: ປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່ຽວກັບການປ່ຽນໃໝ່ຫຼັກສູດ, ປຶ້ມຕຳລາສຶກສາສາມັນ ແລະ ແຜນຮ່າງປ່ຽນໃໝ່ຫຼັກສູດ, ປຶ້ມຕຳລາສຶກສາສາມັນພາຍຫລັງປີ 2015; ຄາດຄະເນລາຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2015, ຄາດຄະເນກ່ຽວກັບລາຍການສ້າງກົດໝາຍ, ລັດຖະບັນຍັດປີ 2015. ຄະນະປະຈຳສະພາແຫ່ງຊາດກໍ່ຈະໃຫ້ຄຳເຫັນກ່ຽວກັບການປັບປຸງ, ເພີ່ມເຕີມມະຕິກ່ຽວກັບການລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາ ປຊຊ ເລືອກຕັ້ງຫລືໃຫ້ສັດຕະຍາບັນ. ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດຈະປຶກສາຫາລືບັນດາຮ່າງກົດໝາຍສຳຄັນຄື: ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ), ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການລົງທຶນ, ການຄຸ້ມຄອງທຶນຂອງລັດລົງທຶນຢູ່ວິສາຫະກິດ, ກົດໝາຍວ່າດ້ວຍການປະກັນໄພສັງຄົມ (ສະບັບປັບປຸງ)./.