ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ ແລະ ພັດ​ທະ​ນາ​ຂອງ ຫວຽດ​ນາມ ແລະ ລາວ

(VOVWORLD) - ທີ່ການພົບປະ, ທ່ານນາງ ບຸຍທິມິງຮ່ວາຍ ໄດ້ເນັ້ນໜັກວ່າ ພ້ອມກັບລາວ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ ແລະ ພັດ​ທະ​ນາ​ຂອງ ຫວຽດ​ນາມ ແລະ ລາວ - ảnh 1ທ່ານນາງ ບຸຍທິມິງຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ແຕ່ວັນທີ 8 – 9 ສິງຫາ, ທ່ານນາງ ບຸຍທິມິງຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

ທີ່ການພົບປະ, ທ່ານນາງ ບຸຍທິມິງຮ່ວາຍ ໄດ້ເນັ້ນໜັກວ່າ ພ້ອມກັບລາວ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານນາງ ກໍ່ຢັ້ງຢືນວ່າ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບຄະນະກຳມະການສູນກາງແນວລາວສ້າງຊາດຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳສອງພັກ, ສອງລັດ ແລະ ສອງອົງການ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນ ການປະຕິບັດມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກຢ່າງມີໄຊ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເນັ້ນໜັກເຖິງບົດບາດສຳຄັນ ແລະ ໜ້າທີ່ຂອງວຽກງານຂົນຂວາຍປະຊາຊົນຕໍ່ກໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງແຕ່ລະປະເທດ, ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການໃນວຽກງານຂົນຂວາຍມະຫາຊົນ, ປະກອບສ່ວນເຂົ້າໃນກິດຈະກຳພັດທະນາເສດຖະກິດ ສັງຄົມຂອງ ຫວຽດນາມ ແລະ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ